ຄົນອີຣານດື່ມເຫຼົ້າປຸກເສຍຊີວິດ 600 ຄົນ

 ທ່ານ ໂກລາມ ໂຮສເຊນ ເອສໄມລີ ເປີດເຜີຍວ່າຂະນະນີ້ປະຊາຊົນອີຣານຫຼາຍກວ່າ 600 ຄົນເສຍຊີວິດແລ້ຼັງຈາກຮ່າງກາຍໄດ້ຮັບສານພິດເພາະດື່ມແອລກໍຮໍປຸກເຂົ້າໄປເພາະເຂົ້າໃຈຜິດວ່າຈະຂ້າເຊື້ອໄວຣັດໂຄວິດ-19 ໄດ້.

 ຕາມຂ່າວຕ່າງປະເທດລາຍງານວ່າຄົນອີຣານດື່ມເຫຼົ້າປຸກເສຍຊີວິດ 600 ຄົນ ນອກຈາກນີ້ຍັງມີຄົນປະມານ 3 ພັນຄົນທີ່ແພດກຳລັງປິ່ນປົວຈາກການດື່ມເຫຼົ້າປຸກເພາະຄວາມເຊື່ອດັ່ງກ່າວ, ທ່ານ ເອສໄມລີ ກ່າວຕື່ມວ່າຈຳນວນຄົນທີ່ດື່ມເຫຼົ້າປຸກເພາະຄວາມເຊື່ອແບບນີ້ເປັນໜ້າຕົກໃຈທີ່ຕົວເລກສູງກວ່າທີ່ລັດປະເມີນເອົາໄວ້ ແລະເຕືອນວ່າການບໍລິໂພກແບບນີ້ບໍ່ໄດ້ຊ່ວຍປິ່ນປົວພະຍາດເລີຍແຕ່ສ້າງຄວາມເສຍຫາຍໃຫ້ກັບຊີວິດໄດ້.

ສະໜັບສະໜູນໂດຍ: HONDA

  ການເຄື່ອນໄຫວນີ້ເກີດຂຶ້ນໃນໄລຍະທີ່ອີຣານກຳລັງປະເຊີນກັບການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ມີຜູ້ຕິດເຊື້ອໃນປະເທດແລ້ວຫຼາຍກວ່າ 62 ພັນຄົນ ແລະເສຍຊີວິດຫຼາຍກວ່າ 3.800 ຄົນໃນວັນທີ 8 ເມສາທີ່ຜ່ານມາ.