ຊຽວເລ່ງນຶ່ງ ອາຍຸ 52 ປີແຕ່ຍັງງົດງາມ

 ນາງເອກຮົງກົງຂອງ ສປ ຈີນ ຄາເມນລີ ຜູ້ຮັບບົດດັັງໃນຕຳນານ ຊຽວເລ່ງນຶ່ງ ໃນຮູບເງົາ ເລື່ອງມັງກອນຢົົກຕອນກຳເນີດ ເອຍກ້ຽວ ຄູ່ພະເອກກູ່ທຽນເລີ່ ໃນ ປີ 1995 ຍັງງົດງາມເຖິງແມ່ນ ວ່າອາຍຸ 52 ປີແລ້ວ.

 ໂດຍນາງເອກສາວເຮັັດໃຫ້ໂຊ ຊຽວຮ້ອນເປັນໄຟເມື່ອລາວໂພສ ຮູບພາບພ້ອມເຄັດລັບງ່າຍໆວ່າ ລາວໃຊ້ເວລາຢູ່ເຮືອນຢຸດເຊື້ອເພື່ອ ຊາດອອກກຳລັງກາຍຈົນໜ້າທ້ອງ ລຽບເຮັດໃຫ້ສາວໆລຸ້ນລູກລຸ້ນ ຫຼານອິດສາຫຸ່ນຂອງນາງເອກໃນ ຕຳນານ, ຊຶ່ງບໍ່ເຄີຍບອຄາເມນລີ ວ່າຕົນເອງເກີດໃນວັນເດືອນປີໃດ ເຖິງແມ່ນວ່າຂໍ້ມູນໃນ Wiki ຈະອ້າງວ່າລາວເກີດໃນວັນທີ 16 ສິງຫາປີ 1973 ຊຶ່ງປີນີ້ລາວອາຍຸ 46 ປີ ເຖິງຢ່າງໃດກໍຕາມມີຊາວ ເນັດຄົ້ນຫາພົບວ່າລາວຈົບການສຶກສາໃນປີ 1986 ຕອນອາຍຸ 19 ປີ ກ່ອນຈະເປັນພະນັກງານຕ້ອນຮັບໃນເຮືອບິນນັ້ນໝາຍຄວາມວ່າ ປີນີ້ລາວກໍໜ້າຈະມີອາຍຸປະມານ 52 ປີ ຫຼື 53 ປີແລ້ວບໍ່ວ່າອາຍຸທໍ່ ໃດແຕ່ນາງເອກສາວກໍພິສູດໃຫ້ເຫັັນວ່າອາຍຸເປັນພຽງຕົວເລກສຳ ລັບລາວ.

-----

ຮຽບຮຽງໂດຍ: ແກ້ວ