4 ສະໜຸນໄພ ຊ່ວຍກໍາຈັດຄາບໄໝ້ເຕົາລີດ

  ເຊື່ອວ່າເກືອບທຸກເຮືອນຄົງຈະຄຸ້ນເຄີຍກັບການໃຊ້ເຕົາລີດເປັນຢ່າງດີເພາະຕ້ອງໃຊ້ລີດເສື້ອຜ້າ ແລະເມື່ອເຮົາໃຊ້ເຕົາລີດໄປເປັນເວລາດົນໆກໍ່ຈະມີ         ຄາບໄໝ້ໃນຄໍລໍາສາລະໜ້າຮູ້ມື້ນີ້ຈະມານຳເອົາວິທີ ກໍາຈັັດຄາບໄໝ້ ແລະຮອຍເປື້ອນທີ່ຕິດເຕົາລີດມາ ຝາກກັນຈະມີຫຍັງແນ່ນັ້ນໄປຮູ້ພ້ອມກັນເລີຍ.

  • ໃບຕອງ: ນຳເຕົາລີດໄປລີດເທິງໃບຕອງຖູໄປມາຈົນໃບຕອງເກືອບໄໝ້ຈະເຮັດໃຫ້ຄາບທີ່ຕິດຄ່ອຍໆ ຫຼຸດອອກໄປ.
  • ຢາຖູແຂ້ວ: ໃຊ້ຢາຖູແຂ້ວທາລົງໜ້າເຕົາລີດ ຫຼັງຈາກຮ້ອນຈົນຢາຖູແຂ້ວໄໝ້ກໍ່ລໍຖ້າໃຫ້ເຢັນແລ້ວໃຊ້ ຜ້າປຽກເຊັດອອກ.
  • ທຽນໄຂເກືອ: ໃຊ້ແພຫໍ່ທຽນແລ້ວນຳເຕົາລີດ ຮ້ອນໆມາລີດເທິງແພທີ່ຫໍ່ທຽນຈົນທຽນລະລາຍ ແລ້ວນຳໄປຖູໃສ່ກັບເກືອທີ່ໂຮຍໄວ້ເທິງຜ້າແພແລ້ວ ເຊັດອອກຈະເຮັດໃຫ້ຄາບຫຼຸດອອກງ່າຍດາຍ ຫຼື ຈະຖຸແຕ່ເກືອໃນຂັ້ນຕອນດຽວກໍ່ໄດ້.
  • ------
  • ຮຽບຮຽງໂດຍ: ຟ້າ