ອາຟຣິກາອາດກາຍເປັນສູນກາງພະຍາດໂຄວິດ-19 ແຫ່ງໃໝ່

  ອົງການອະນາໄມໂລກ (WHO) ມີຄວາມກັງວົນວ່າທະວີບອາຟຣິກາມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍກວ່າ1.000 ຄົນ ຊຶ່ງຈະກາຍເປັນສູນກາງການແຜ່ລະບາດແຫ່ງໃໝ່.

  ຕາມຂ່າວຕ່າງປະເທດລາຍງານວ່າຍ້ອນເງື່ອນໄຂທາງດ້ານເສດຖະກິດ ແລະສາທາລະນະສຸກ, ຜູ້ອຳນວຍການ WHO ປະຈຳທະວີບອາຟຣິກາກ່າວວ່າສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ໃນທະວີບນີ້ໂດຍທົ່ວໄປແລ້ວຊາວອາຟຣິກາສ່ວນໃຫຍ່ບໍ່ເຄີຍເດີນທາງໄປຕ່າງປະເທດເນື່ອງຈາກປັດໄຈທາງດ້ານເສດຖະກິດເປັນຫຼັກຢ່າງໃດກໍຕາມເຊື້ອພະຍາດໂຄວິດ-19 ໄດ້ເຂົ້າມາແຜ່ລະບາດຢູ່ທະວີບອາຟຣິກາແລ້ວໃນໄລຍະໜຶ່ງ ແລະແຜ່ລະບາດຢ່າງວ່ອງໄວ, ເນື່ອງຈາກລະບົບສາທາລະນະສຸກໃນທະວີບນີ້ສ່ວນໃຫຍ່ຍັງຕໍ່າກວ່າລະດັບມາດຕະຖານ, ຍິ່ງໄປກວ່ານັ້ນອັດຕາການແຜ່ລະບາດມັກເກີດຂຶ້ນໃນພື້ນທີ່ຫ່າງໄກຈາກຕົວເມືອງໂດຍພົບຫຼາຍໃນອາຟຣິກາໃຕ້, ໄວວໍຣີໂຄສ ຈຶ່ງມີຄວາມສ່ຽງສູງ, ສະນັ້ນທະວີບອາຟຣິກາຈະກາຍເປັນສູນກາງການແຜ່ລະບາດແຫ່ງໃໝ່.

  ທັງນີ້ຄາດວ່າໃນສະຖານະການທີ່ຮ້າຍແຮງນ້ອຍທີ່ສຸດການແຜ່ລະບາດຂອງພະຍາດໂຄວິດ-19 ໃນທະວີບແຫ່ງນີ້ອາດສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ແສນຄົນ ແຕ່ໃນສະຖານະການຮ້າຍແຮງທີ່ສຸດອາດມີຜູ້ເສຍຊີວິດ3,3 ລ້ານຄົນ ແລະມີຄົນເຈັບສະສົມຫຼາຍກວ່າ 1,2 ຕື້ຄົນ ແລະເຖິງແມ່ນວ່າປະຊາຊົນປະຕິບັດຕາມ ແນວທາງໄລຍະຫ່າງທາງສັງຄົມຢ່າງເຄັ່ງຄັດທີ່ສຸດຈຳນວນຄົນເຈັບສະສົມອາດຫຼາຍເຖິງ 122 ລ້ານຄົນ.