ຫວຽດນາມ ປະດິດຫຸ່ນຍົນຖູພື້ນຂ້າເຊື້ອໂຄວິດ-19

  ໃນຮອບເວລາພຽງແຕ່ 2 ອາທິດກວ່າ, ນັກວິທະຍາສາດ ສສ ຫວຽດນາມ ໄດ້ປະດິດຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ໄດ້ສຳເລັດ.

  ຕາມຂ່າວສານຫວຽດນາມລາຍງານວ່າກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມມອບໃຫ້ສະຖາບັນໝູນໃຊ້ເຕັກໂນໂລຊີປະຕິບັດນໍາໃຊ້ບັນດາຫຸ່ນຍົນສາມາດເຄື່ອນໄຫວໃນບໍລິເວນແຍກຕົວເພື່ອປ່ຽນແທນ, ໜູນຊ່ວຍບຸກຄະລາກອນການແພດທີ່ໂຮງໝໍພະຍາດເຂດຮ້ອນສູນກາງ, ສາຂາກິມຈູງ, ເມືອງດົງແອັງ, ຮ່າໂນ້ຍ ໄດ້ທົດລອງການເຄື່ອນໄຫວຂອງຫຸ່ນຍົນຖູພື້ນຂ້າເຊື້ອທີ່ມີຊື່ວ່າ NaRoVid-1, ທ່ານສາດສະດາ ຈານທ່ານ ຫງວຽນ ວັນກິງ, ປະທານສະມາຄົມພະນັກງານການແພດສະເພາະພະຍາດຕິດແປດ ຫວຽດນາມ ໃຫ້ຮູ້ວ່າ: ໄວຣັ SARS-CoV-2 ທີ່ກໍ່ໃຫ້ເກີດພະຍາດໂຄວິດນັ້ນແມ່ນພະຍາດທີ່ມີການຕິດແປດຜ່ານທາງລະບົບຫາຍໃຈ, ຜູ້ເບິ່ງແຍງດູແລ, ຮັບໃຊ້, ຖັນແຖວແພດໝໍແມ່ນບຸກຄົນທີ່ມີຄວາມສ່ຽງຕິດແປດຢ່າງສູງ.

 ນອກຈາກເລື່ອງການປະຕິບັດບັນດາມາດຕະການປ້ອງກັນຢ່າງເຂັ້ມງວດແລ້ວຄວນຫຼຸດຜ່ອນເວລາສຳຜັດຂອງພະນັກງານການແພດ, ຜູ້ຮັບໃຊ້, ເພື່ອຫລຸດຜ່ອນຄວາມສ່ຽງຕິດແປດລົງ, ດັ່ງນັ້ນ, ພວກເຮົາຕ້ອງນຳໃຊ້ຫຸ່ນຍົນເພື່ອແທນໃຫ້ມະນຸດ ແລະຍິ່ງໄປກວ່ານັ້ນ ແມ່ນກຳລັງຕິດຕັ້ງຂອງຫຸ່ນຍົນຈະດີກວ່າມະນຸດ.

____________

ໜັງສືພິມເສດຖະກິດ-ສັງຄົມ