ຍີ່ປຸ່ນເພີ່ມມາດຕະການກະຕຸ້ນເສດຖະກິດ

 ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນປະກາດມາດຕະການກະຕຸ້ນເສດຖະກິດຄັ້ງ ໃໝ່ເພີ່ມຕື່ມອີກຈາກທີ່ເຄີຍປະກາດໄປກ່ອນໜ້ານີ້ ລວມມູນຄ່າເປັນ 177,1 ພັນຕື້ເຢນ ເນື່ອງຈາກການ ແຜ່ລະບາດຂອງພະຍາດໂຄວິດ- 19 ເຮັດໃຫ້ເສດຖະກິດດຍີ່ປຸ່ນ ສ່ຽງເຂົ້າສູ່ພາວະຖົດຖອຍ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ອາເບະ ປະກາດ ມາດຕະການໃໝ່ຫຼັງຈາກຄະນະລັດຖະມົນຕີອະນຸມັດແຜນການ ໃຊ້ເງິນ 108,2 ພັນຕື້ເຢນ ໄດ້ບໍ່ ເຖິງ 2 ອາທິດ, ນັກວິເຄາະບາງ ສ່ວນລະບຸວ່າ ການເພີ່ມມາດຕະການກະຕຸ້ນເສດຖະກິດອາດສະໜັບສະໜູນການບໍລິໂພກໃນຂະແໜງ ເອກະຊົນທີ່ຄອງອັດຕາສ່ວນເສດຖະກິດຫຼາຍກວ່າເຄິ່ງໜຶ່ງ ຂະນະທີ່ ບາງສ່ວນລະບຸວ່າ ຜູ້ຮັບເງິນຈະມີທັງຄົນຮັ່ງມີ ແລະຄົນທີ່ມີລາຍໄດ້ ບໍ່ໄດ້ຮັບຜົນກະທົບລວມຢູ່ນໍາ ຄົນກຸ່ມນີ້ອາດຈະນໍາເງິນໄປເຂົ້າບັນຊີທະນາຄານຫຼາຍກວ່ານໍາໄປໃຊ້ ຈ່າຍກະຕຸ້ນເສດຖະກິດຕາມຄວາມຕັ້ງໃຈຂອງລັດຖະບານ.

  ຢ່າງໃດກໍຕາມປະເມີນວ່າຈຳນວນຜູ້ເດືອດຮ້ອນທາງເສດຖະກິດໃນຄັ້ງນີ້ຈະຫຼາຍກວ່າໄລຍະວິ ກິດການເງິນໂລກປີ 2008-2009 ອັດຕາສ່ວນເງິນແຈກທີ່ຈະນໍາໄປໃຊ້ຈ່າຍໜ້າຈະຢູ່ທີ່ 40% ຊຶ່ງຈະເຮັດໃຫ້ເສດຖະກິດເຕີບໂຕພຽງ 0,3% ເທົ່ານັ້ນ.

----------

ໜັງສືພິມເສດຖະກີດ-ສັງຄົມ