ສິງກະໂປພົບຜູ້ຕິດເຊື້ອໂຄວິດ-19 ວັນດຽວ 1.426 ຄົນ

  ຄົນເຈັບສະສົມຈາກການຕິດເຊື້ອພະຍາດໂຄວິດ-19 ຢູ່ໃນ ສິງກະໂປເພີ່ມເປັນຫຼາຍກວ່າ 8 ພັນຄົນແລ້ວ ໂດຍມີການຢືນຢັນ ຄົນເຈັບໃໝ່ວັນດຽວ 1.426 ຄົນ ເປັນສະຖິຕິລາຍວັນສູງສຸດ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງສາທາລະນາສຸກຂອງສິງກະໂປອອກຖະແຫຼງການ ໃນວັນທີ 20 ເມສາທີ່ຜ່ານມາ ເປັນການລາຍງານສະຖານະການ ພະຍາດລະບາດໂຄວິດ-19 ໃນຮອບ 24 ຊົ່ວໂມງຫຼ້າສຸດວ່າ ພົບຄົນເຈັບສະສົມເພີ່ມເປັນຢ່າງໜ້ອຍ 8.014 ຄົນ ຫຼາຍທີ່ສຸດໃນອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ໂດຍມີການຢືນຢັນຜູ້ຕິດເຊື້ອຕື່ມ ອີກ 1.426 ຄົນ ຊຶ່ງເປັນສະຖິຕິ ລາຍວັນສູງສຸດຄັ້ງໃໝ່, ທັງນີ້ຄົນ ເຈັບເກືອບທັັງໝົດເປັນແຮງງານຕ່າງດ້າວຊຶ່ງອາໄສຢູ່ຢ່າງແອອັດຕາມນິຄົມຫໍພັກກຳມະກອນທີ່ລັດຖະບານສິງກະໂປຂະຫຍາຍຂອບເຂດໃຫ້ເປັນພື້ນທີ່ຄວບຄຸມດ້ານສາທາລະນາສຸກເພີ່ມເປັນຢ່າງ ໜ້ອຍ 18 ແຫ່ງ ໂດຍຫໍພັກ ເອສ11 ໃນເມືອງປັງໂກ ຄືສະຖານທີ່ ຊຶ່ງ ເປັນການແຜ່ລະບາດຂະໜາດ ໃຫຍ່ທີ່ສຸດມີການກວດພົບຜູ້ຕິດ ເຊື້ອແລ້ວ 1.508 ຄົນ.

 ຂະນະທີ່ຜູ້ເສຍຊີວິດຈາກເຊື້ອ ພະຍາດໂຄວິດ-19 ໃນສິງກະໂປ ຍັງຢູ່ທີ່ 11 ຄົນ ມີຄົນຕ່າງປະເທດ ລວມຢູ່ນໍາຂະນະທີ່ຜູ້ໄດ້ມີການປິ່ນປົວດີແລ້ວມີຢ່າງໜ້ອຍ 768 ຄົນ.

------

ໜັງສືພິມເສດຖະກີດ-ສັງຄົມ