ເປີດໂຕຫົວເຫວີຍພີ 40 ຊີຣີສະມາດໂຟນ ເພື່ອປະຕິວັດວົງການຖ່າຍພາບປີ 2020

ເປັນມືຖືອີກລຸ້ນໜຶ່ງທີ່ຕອນນີ້ເປີດໂຕຢ່າງເປັນທາງການແລ້ວສຳລັບ Huawei P40, Huawei P40 Pro ແລະອ້າຍໃຫຍ່ Hua wei P40 Pro+.

 ເອົາເປັນອັນວ່າເປີດໂຕກໍແລ້ວ ລາຄາກໍເຫັນແລ້ວເຮົາມາເບິ່ງນຳກັນວ່າທັງ 3 ລຸ້ນມີຄວາມໂດດເດັ່ນ ແລ້ວຈັດວ່າເດັດແນວໃດການດິໄຊ ຂອງເຄື່ອງທີ່ຮອບນີ້ຈັດມາໃໝ່ສຸດ ເພາະທຸກລຸ້ນມາພ້ອມກັບໜ້າຈໍ ໄຮ້ຂອບໄຮ້ຕິ່ງແບບ P40 Pro ແລະHUAWEI Quad-Cuve Display ແບບໃໝ່ນັ້ນເອງມາລົງ ລາຍລະອຽດກັນຕໍ່ເລີ່ມຕົ້ນກັບລຸ້ນ ໃຫຍ່ຄື HUAWEI P40 Pro ແລະHuawei P40 Pro+ ທີ່ ມາພ້ອມກັບໜ້າຈໍຂະໜາດ 6,58 ນິ້ວ Flex OLED ໃຫ້ຄວາມລະອຽດສູງລະດັບ 240x1200 ຫຼາຍກວ່າລຸ້ນເດີມຊັດເຈນພ້ອມ ກັບການຕອບສະໜອງທີ່ Smooth ຫຼາຍຂຶ້ນໃນແບບ Refresh Rate 90Hz ແລະອັດຕາສ່ວນໜ້າຈໍ 19.8:9 ໃຫ້ການສະແດງຜົນສີ DCI-P3 HDR ແລະຫຼຸດແສງ ສີຟ້າໄດ້ເຊັ່ນດຽວກັນພ້ອມລະບົບ ສະແກນລາຍນິ້ວມືແຕ່ຖ້າເປັນນ້ອງນ້ອຍຄື HUAWEI P40 Pro ຈະມາພ້ອມກັບໜ້າຈໍທີ່ມີຂະໜາດນ້ອຍກວ່ານ້ອຍໜຶ່ງຄືມາພ້ອມກັບໜ້າຈໍ 6.1 ນິ້ວ ແຕ່ຍັງໄດ້ໜ້າຈໍແບບ OLED ເໝືອນກັນ.

  ຂອບໜ້າຈໍເປັນໂຄ້ງທັງໝົດ ແລະຂອບໜ້າຈໍຍັງເບິ່ງລຽບໄປກັບເຄື່ອງບໍ່ວ່າຈະມູມໃດຂອງໜ້າຈໍຈະບາງພຽງ 1,7 ມິນລິແມັດ ແລະ ຂອບເທິງ ແລະຂອບລຸ່ມໜ້າຈໍ ບາງພຽງ 2,4 ມິນລິແມັດຖືວ່າ ບາງພໍສົມຄວນ.

--------

ໜັງສືພິມເສດຖະກິດ-ສັງຄົມ