ບໍລິຄຳໄຊ ມີແຜນຊຳລະການລົງທຶນ 341 ໂຄງການ

  ປີນີ້ ແຂວງບໍລິຄໍາໄຊ ໄດ້ຮັບງົບປະມານລົງທຶນຈໍານວນ 59,12 ຕື້ກີບ ຈາກກະຊວງແຜນການ ແລະການລົງທຶນເພື່ອຈັດສັນຊໍາລະ 341 ໂຄງການລົງທຶນ ຢູ່ໃນແຂວງ ແລະຄາດວ່າຈະນໍາງົບປະມານລື່ນແຜນຈາກປີ 2018 ມາຈັດສັນຊຳລະບັນດາໂຄງການຈຸດສຸມບຸລິມະສິດ ແລະວຽກງານຈຳເປັນຂອງແຂວງຕື່ມອີກ.

  ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງບໍລິຄໍາໄຊ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝ ທີ VI ທີ່ໄດ້ໄຂຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໃນທ້າຍເດືອນມັງກອນນີ້ວ່າ: ໃນປີ 2018 ແຂວງບໍລິຄໍາໄຊ ໄດ້ຮັບ ອະນຸມັດໂຄງການລົງທຶນຂອງລັດຕາມແຜນສະພາຮັບຮອງໃນເບື້ອງຕົ້ນລວມທັງໝົດ 300 ໂຄງການ, ໃນນັ້ນມີໂຄງການປະເພດ I-IV ມີ 74 ໂຄງການ (ທຶນປົກກະຕິ 33 ໂຄງການ, ທຶນພັດທະນາຕົວເມືອງໃໝ່ໄຊຈໍາພອນມີ 36 ໂຄງການ, ທຶນພັດທະນາເຂດຈຸດສຸມຜັກເບືອກ 1 ໂຄງການ, ທຶນພັດທະນາຊົນນະບົດລົບລ້າງຄວາມທຸກຍາກ 4 ໂຄງການ) ແລະໂຄງການລົງທຶນປະເພດ V ມີ 226 ໂຄງການ (ປະກອບດ້ວຍທຶນປົກ ກະຕິ 215 ໂຄງການ ແລະທຶນ ຂອງກະຊວງກະສິກໍາ ແລະປ່າໄມ້ຕິດຕາມ-ຄຸ້ມຄອງຮ່ວງຂອງແຂວງ 11 ໂຄງການ).

  ຜ່ານການຈັດຕັ້ງປະຕິບັດການຊໍາລະໃນປີ 2018 ສໍາເລັດໄດ້ທັງໝົດມູນຄ່າ 137,34 ຕື້ກີບ ໃນນີ້ໄດ້ອວ່າຍທຶນ 4 ໂຄງການມູນຄ່າ 400 ລ້ານກວ່າກີບ, ດັດແກ້ເພີ່ມ 2 ໂຄງການມູນຄ່າ 480 ລ້ານກີບ. ສະເພາະງົບປະມານທີ່ສະພາອະນຸມັດຈໍານວນ 85,85 ຕື້ກີບ ໄດ້ຊຳລະໂຄງການປະເພດ I-IV ມີ 74 ໂຄງ ການ, ມູນຄ່າຊໍາລະ 54,57 ຕື້ກີບ ແລະໂຄງການລົງທຶນປະເພດ V ມີ 226 ໂຄງການມູນຄ່າຊໍາລະ 31,28 ຕື້ກີບ. 

  ສໍາລັບປີ 2019 ນີ້ງົບປະມານລົງທຶນທີ່ແຂວງບໍລິຄໍາໄຊໄດ້ຮັບຕາມແຈ້ງການຂອງກະຊວງແຜນການ ແລະການລົງທຶນສະບັບເລກທີ 3220/ກຜທ.ກຜ6, ລົງວັນທີ 21 ທັນວາ 2018 ມີທັງໝົດ 59,12 ຕື້ກີບ ຈັດສັນຊໍາລະ 341 ໂຄງການ, ໃນນີ້ທຶນປົກກະຕິມີ 255 ໂຄງການມູນຄ່າ 44,22 ຕື້ກີບ, ທຶນຈັດສັນພູມລໍາເນົາ, ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກມີ 13 ໂຄງການມູນຄ່າ 3,61  ຕື້ກີບ ແລະທຶນຟື້ນຟູໄພພິບັດ 73 ໂຄງການມູນຄ່າ 64,37 ຕື້ກີບ.

  ທ່ານຫົວໜ້າພະແນກແຜນການ-ການລົງທຶນແຂວງຍັງໄດ້ລາຍງານຕື່ມອີກວ່າ: ນອກຈາກງົບປະມານລົງທຶນທີ່ໄດ້ຮັບການຈັດສັນແລ້ວ, ຄາດວ່າປີ 2019 ນີ້ແຂວງຈະມີງົບປະມານລື່ນແຜນຈາກປີ 2018 ປະມານ 13 ຕື້ກີບ ເພື່ອມາຈັດສັນຊຳລະບັນດາໂຄງການຈຸດສຸມບຸລິມະສິດ ແລະ ວຽກງານຈຳເປັນຂອງແຂວງຕື່ມອີກ. ພ້ອມກັນນັ້ນຍັງມີໂຄງການແຜນງານພັດທະນາທ້ອງຖິ່ນ Lao-030 ໃນນັ້ນ ມີໂຄງການສືບຕໍ່ 10 ໂຄງການມູນຄ່າ 6,88  ຕື້ກີບ, ຊຳລະຜ່ານມາ 797 ລ້ານກີບ, ແຜນຊຳລະປີ 2019 ແມ່ນ 6,08 ຕື້ກີບ ແລະໂຄງການໃໝ່ 17 ໂຄງການມູນຄ່າ 9,09 ຕື້ກີບ ຄາດວ່າຈະຊຳລະໝົດໃນປີນີ້.