ອັງກິດເລີ່ມທົດລອງວັກແຊງໂຄວິດ-19

 ອັງກິດເລີ່ມທົດລອງວັກ ແຊງພະຍາດໂຄວິດ-19 ກັບຄົນ ໃນວັນທີ 23 ເມສາ ຊຶ່ງບັນດານັກວິທະຍາສາດຜູ້ພັດດທະນາວັກ ແຊງເຊື່ອວ່າມີໂອກາດປະສົບຄວາມສຳເລັດເຖິງ 80%.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ແມດ ແຮນຄອກ ລັດຖະມົົນຕີສາທາລະນາສຸກຂອງ ອັງກິດຖະແຫຼງວ່າ ການທົດລອງ ວັກແຊງປ້ອງກັນໄວຣັດໂຄວິດ-19 ໃນມະນຸດຢູ່ອັງກິດເລີ່ມທົດລອງໃນວັນທີ 23 ເມສາ ຂະນະທີ່ອັດຕາການເສຍຊີວິດຈາກເຊື້ອໂຄວິດ-19 ໃນປະເທດເພີ່ມສູງຂຶ້ນໂດຍ ທ່ານ ແຮນຄອກ ປະກາດວ່າລັດຖະ ບານສະໜັບສະໜູນດ້ານການ ເງິນ 20 ລ້ານປອນ ສຳລັບໂຄງການພັດດທະນາວັກແຊງຂອງມະຫາວິທະຍາໄລອອກຟອດ ແລະອີກ 22,5 ລ້ານປອນ ສໍາລັບໂຄງການຂອງມະຫາວິທະຍາໄລ ອິມພີຣຽວ ຄອນເຈີໃນນະຄອນ ຫຼວງລອນດອນ ຊຶ່ງອັງກິດຈະໃຫ້ຄວາມຊ່ວຍເຫຼືອເພື່ອເປັນຜູ້ນາ ການວິໄຈວັກແຊງທົ່ວໂລກບັນດາ ຜູ້ຊ່ຽວຊານບາງທ່ານກ່າວວ່າວັກແຊງເປັນວິທີດຽວໃນການຕໍ່ສູ້ກັບ ໄວຣັດໂຄວິດ-19 ນັກວິທະຍາສາດໃນໂຄງການວິໄຈວັກແຊງ ຂອງມະຫາວິທະຍາໄລອອກຟອດກ່າວວ່າພວກເຂົາຫວັງວ່າຈະມີ ວັກແຊງພ້ອມໃຊ້ພາຍໃນເດືອນ ກັນຍາທີ່ຈະມາເຖິງນີ້ ແລະໝັ້ນໃຈວ່າມີໂອກາດປະສົບຄວາມສຳເລັດສູງເຖິງ 80%.

 ສ່ວນຕົວເລກຜູ້ເສຍຊີວິດຈາກ ໄວຣັດໂຄວິດ-19 ໃນອັງກິດ ລວມທັງອຽກລັງເພີ່ມຂຶ້ນ 852 ຄົນ ໃນວັນທີ 22 ເມສາທີ່ຜ່ານມາ ລວມຜູ້ເສຍຊີວິດເປັນ 17.366 ຄົນ ເຖິງແມ່ນວ່າຜູ້ຕິດເຊື້ອນໍໍາສົ່ງເຂົ້າໂຮງໝໍຫຼຸດລົງ ແລະອັດຕາການຕິດເຊື້ອກໍຄົງທີ່.

------

ໜັສືພິມເສດຖະກິດ-ສັງຄົມ