ທົ່ວໂລກຕິດເຊື້ອໂຄວິດ-19 ຫຼາຍກວ່າ 2,6 ລ້ານຄົນ

 ຂໍ້ມູນທີ່ລວບລວມໂດຍມະຫາວິທະຍາໄລຈອນຮອບກິນຂອງອາເມລິກາພົບວ່ານັບຈົນເຖິງຕອນເຊົ້າຂອງວັນທີ 23 ເມສາທີ່ຜ່ານມາທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແລ້ວ 2.623.415 ຄົນ ໃນ 185 ປະເທດ.

ຕາມຂ່າວຕ່າງປະເທດລາຍງານວ່າປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຄືອາເມລິກາ 839.675 ຄົນ ຮອງລົງມາແມ່ນແອັດສະປາຍ 208.389ຄົນ,ອີຕາລີ 187.327 ຄົນ, ຝຣັ່ງ 157.125 ຄົນ ແລະ ເຢຍລະມັນ 150.648 ຄົນ, ຂະນະທີ່ຈຳນວນຜູ້ເສຍຊີວິດທົ່ວໂລກ ໄດ້ເພີ່ມເປັນ 183.027 ຄົນ ໂດຍ ປະເທດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ ຄືອາເມລິກາ 46.583 ຄົນ ໂດຍ ນະຄອນນີວຢອກເປັນເມືອງທີ່ມີ ຜູ້ເສຍຊີວິດຫຼາຍທີ່ສຸດໃນອາເມລິກາຢູ່ທີ່15.054 ຄົນ ຮອງລົງມາຄືອີຕາລີ 25.085 ຄົນ, ແອັດສະປາຍ 21.717 ຄົນ, ຝຣັ່ງ 21.340 ຄົນ ແລະອັງກິດ 18.100 ຄົນ.

ສ່ວນປະເທດອາຊຽນມີຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດຄືສິງກະໂປ ຮອງລົງມາຄືອິນໂດເນເຊຍ ແລະມາເລເຊຍຄິດເປັນອັດຕາສ່ວນ 87,9% ຂອງຜູ້ຕິດເຊື້ອທັງໝົດ.

__________

ໜັງສືພິມເສດຖະກິດ-ສັງຄົມ