ສ.ເກົາຫຼີ ອັດສິດງົບ 69 ຕື້ໂດລາ ຊຸກຍູ້ຕະຫຼາດແຮງງານ

  ປະທານາທິບໍດີຂອງ ສ.ເກົາ ຫຼີ ປະກາດອັດສີດງົບປະມານເພີ່ມຕື່ມອີກ 69 ຕື້ໂດລາສະຫະລັດ ໃນມາດຕະການກະຕຸ້ນເສດຖະກິດ ຊຸກກຍູ້ຕະຫຼາດແຮງງານໃຫ້ຫຼຸດ ພົ້ນຈາກວິກິດພະຍາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ມຸນ ແຈອິນ ປະທານາທິບໍດີຂອງ ສ. ເກົາຫຼີ ເປີດ ເຜີຍໃນວັນທີ 23 ເມສາທີ່ຜ່ານ ມາວ່າລັດຖະບບານຈະເພີ່ມເງິນອີກ 85 ພັນຕື້ວອນ (69 ຕື້ໂດ ລາ) ໃນມາດຕຕະການກະຕຸ້ນເສດຖະກິດ ເພື່ອຮັບມືກັບການ ຈ້າງວຽກເຮັດໃນ ສ.ເກົາຫຼີ ຈະຫຼຸດລົງຢ່າງໜັກເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ໄປທົ່ວໂລກ, ຜູ້ນໍາ ສ.ເກົາຫຼີ ເປີດເຜີຍໃນລະຫວ່າງກອງປະຊຸມສະ ພາເສດຖະະກິດສຸກເສີນຄັ້ງທີ 5 ວ່າ ຂະນະນີ້ເປັນໄລຍະເລີ່ມຕົ້ນຂອງວິກິດທີ່ບໍລິສັດຕ່າງໆປະເຊີນກັບພາວະວິກິດເຮັດໃຫ້ການຈ້າງ ວຽກເຮັດມາເຖິງທາງຕັນພາວະຫຼຸດລົງຂອງການຈ້າງວຽກເຮັດທີ່ບໍ່ເຄີຍເກີດຂຶ້ນມາກ່ອນຈະເກີດຂຶ້ນເປັນວົງກວ້າງຫຼາຍຂຶ້ນ ແລະ ແກ່ຍາວ, ທັງນີ້ເພື່ອເປັນການສະໜັບສະໜູນບັນດາອຸດສາຫະກຳພື້ນຖານ ຊຶ່ງມີຜົນກະທົບຕໍ່ເສດຖະກິດ ແລະການຈ້າງວຽກເຮັດທາງລັດຖະບານ ສ.ເກົາຫຼີ ຈະອັດສີດເງິນ 40 ພັນຕື້ວອນ (32 ຕື້ໂດລາ) ໃຫ້ກັບບໍລິສັດຕ່າງໆໃນພາກສ່ວນນີ້ ເພື່ອໃຫ້ບໍລິສັດເຫຼົ່ານີ້ຍັງສາມາດຈ້າງວຽກເຮັດຕໍ່ໄປໄດ້.

 ສ່ວນວົງເງິນໃນມາດຕະການ ຊ່ວຍເຫຼືອບໍລິສັດຂະໜາດນ້ອຍ, ເຈົ້າຂອງທຸລະກິດຂະໜາດນ້ອຍ ແລະກຸ່ມທີ່ດຳເນີນທຸລະກິດຈະເພີ່ມ ຂຶ້ນເປັນ 135 ພັນຕື້ວອນ (1,09 ຮ້ອຍຕື້ໂດລາ)ຈາກເດີມລະດັບ 100 ພັນຕື້ວອນ (80 ຕື້ໂດລາ) ເພື່ອ ສະໜັບສະໜູນເຈົ້າຂອງທຸລະກິດຂະໜາດນ້ອຍ ແລະແມ່ນແຕ່ບໍລິສັດ ທີ່ມີອັນດັບຄວາມໜ້າເຊື່ອຖືຕໍ່າ.

------

ໜັງສືພິມເສດຖະກິດ-ສັງຄົມ