ສຽວມີ່ມາແຮງສ້າງລາຍໄດ້ໃນຕ່າງປະເທດສູງເຖິງ 10 ຕື້ໂດລາ ໃນໄຕມາດ 1-3/2019

  Xiaami  ເປັນໜຶ່ງໃນແບຣນ ສະມາດໂຟນຈາກ ສປ ຈີນທີ່ມີການເຕີບໂຕໃນສະມາດໂຟນລະດັບໂລກຢ່າງວ່ອງໄວໃນໄລຍະ ເວລາພຽງແຕ່ 6 ປີໂດຍໄດ້ຈຳໜ່າຍສະມາດໂຟນຢ່າງເປັນທາງ ການໃນ 90 ປະເທດທົ່ວໂລກ ແລະຕິດ 1/5 ແບຣນສະມາດໂຟນ ທີ່ມີສ່ວນແບ່ງຕະຫຼາດຫຼາຍເຖິງ 45 ປະເທດ.

ໃນໄຕມາດ 3 ປະຈຳປີ 2019 ທີ່ຜ່ານມາເກືອບເຄິ່ງໜຶ່ງຂອງລາຍ ໄດ້ທັງໝົດຂອງ Xiaomi ນັ້ນມາ ຈາກຕະຫຼາດສະມາດໂຟນທົ່ວໂລກ ນອກເໜືອຈາກ ສປ ຈີນ ຊຶ່ງເຮັດ ໃຫ້ໄລຍະໄຕມາດ1-3 ປະຈຳປີ 2019 ທີ່ຜ່ານມານັ້ນ  Xiaomi ສາມາດສ້າງລາຍໄດ້ໃນຕ່າງປະເທດ ໄດ້ເກືອບ 10 ຕື້ໂດລາສະຫະລັດ.

  ແມ່ນວ່າ Xiaomi ຈະຕ້ອງປະສົບບັນຫາຍອດຈຳໜ່າຍຜະລິດຕະພັນຫຼຸດນ້ອຍລົງອັນເນື່ອງມາຈາກ ວິກິດໂຄວິດ-19 ທີ່ແຜ່ກະຈາຍ ໄປທົ່ວໂລກແຕ່ກໍສະແດງໃຫ້ເຫັນຄວາມຮ່ວມມືຮ່ວມໃຈຕໍ່ປະທດອື່ນໆ ເພື່ອໃຫ້ຜ່ານວິກິດນີ້ໄປດ້ວຍກັນໂດຍໄດ້ສົ່ງຜ້າອັດປາກໄປຍັງປະເທດອິຕາລີ, ຝຣັ່ງ ແລະແອັດສະປາຍ ແລະລ້າສຸດເມື່ອວັນທີ 27 ມີນາ 2019 ທີ່ຜ່ານມາ Xiaomi ໄດ້ສົ່ງຜ້າອັດປາກຈຳນວນ 1 ລ້ານ ແຜ່ນໄປຍັງເອີຣົບຕື່ມອີກ.

------