5 ນັກສະແດງທີ່ມີຄ່າຕົວແພງທີ່ສຸດໃນໂລກ

  ໄດ້ຂຶ້ນຊື່ວ່າອາຊີບນັກສະແດງແລ້ວທຸກທ່ານຄົງຮູ້ດີວ່າຄ່າ ຈ້າງຂອງແຕ່ລະຄົນນັ້ນຂຶ້ນຢູ່ກັບຊື່ສຽງ ແລະຄວາມສາມາດມື້ນີ້ຈະ ພາທ່ານໄປຮູ້ຈັກດາລານັກສະແດງ ທີ່ມີຄ່າຕົວແພງທີ່ສຸດໃນໂລກມີໃຜ ແດ່ມາເບິ່ງນໍາກັນເລີຍ.

  ອັນດັບ 1 ມາກ ວໍເບີກ ພະເອກ ຊື່ດັງຄົນນີ້ຂຶ້ນເປັນນັກສະແດງ ທີ່ມີຄ່າຕົວແພງທີ່ສຸດໃນໂລກ ຊຶ່ງ ຮູບເງົາແຕ່ລະເລື່ອງທີ່ລາວສະແດງບອກຄຳດຽວວ່າມີຄົນລໍຖ້າຕິດຕາມທຸກເລື່ອງ ແລະສາມາດສ້າງຍອດຜູ້ເຂົ້າຊົມ ໂດຍມີຄ່າຕົວ ຢູ່ທີ່ 68 ລ້ານໂດລາສະຫະລັດ.ອັນດັບ 2 ເດີ ຣ໊ອກ ຖືວ່າເປັນພະເອກສາຍຕໍ່ສູ້ໃນຕຳນານອີກຄົນ ໜຶ່ງທີ່ໂດ່ງດັງ ລາວມີຄ່າຕົວສູງເຖິງ 65 ລ້ານໂດລາ, ອັນດັບ 3 ວິນ ດີເຊລ ຊຶ່ງເປັນພະເອກຄົນໜຶ່ງທີ່ປະສົບຄວາມສຳເລັດ ແລະໄດ້ຮັບ ຄວາມນິຍົມຫຼາຍໃນລະດັບສາກົນ ໂດຍມີຄ່າຕົວຢູ່ທີ່ 54,5 ລ້ານໂດ ລາ, ອັນດັບ 4 ອະດຳ ແຊນເລີຖື ວ່າເປັນພະເອກສາຍຕະລົກທີ່ໄດ້ ຮັບຄວາມນິຍົມທົ່ວໂລກ ໂດຍມີຄ່າ ຕົວຢູ່ທີ່ 50,5 ລ້ານໂດລາ ແລະ ອັນດັບ 5 ແຈ໊ກກີ້ ຊານ (ເສິນຫຼົງ) ພະເອກອາຊີທີ່ທົ່ວໂລກຍອມ ຮັບເລື່ອງການຕໍ່ສູ້ ແລະຖືວ່າເປັນດາລາອາຊີທີ່ມີຄ່າຕົວແພງທີ່ສຸດ ໂດຍມີຄ່າຕົວຢູ່ທີ່  49 ລ້ານໂດລາ.

------

ຮຽບຮຽງໂດຍ: ແກ້ວ