ອາຊຽນ-ອາເມລິກາຮ່ວມມືກັນຕ້ານ ໂຄວິດ-19

 ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອາເມລິກາສະໄໝພິເສດວ່າດ້ວຍພະຍາດໂຄວິດ-19 ຜ່ານລະບົບກອງປະຊຸມທາງໄກຈັດຂຶ້ນໃນວັນທີ 23 ເມສານີ້ ເພື່ອສົ່ງເສີມການຮ່ວມມືທີ່ເປັນຮູບປະທຳໃນດ້ານສາທາລະນະສຸກສຸກ ເສີນຂອງປະເທດສະມາຊິກອາຊຽນແລະອາເມ ລິກາເພື່ອຮັບມືກັບໂຄວິດ-19 ຢ່າງທັນການ.

 ຕາມຂ່າວຕ່າງປະເທດລາຍງານວ່າໂດຍທັງສອງຝ່າຍຈະເນັ້ນການແລກປ່ຽນຂໍ້ມູນ ແລະ ແນວທາງການຈັດຕັ້ງປະຕິບັດທີ່ດີທີ່ສຸດຢ່າງໂປ່ງໃສ ແລະສົ່ງເສີມຂີດຄວາມສາມາດໃນການ ຕອບສະໜອງຕໍ່ສະຖານະການສຸກເສີນທາງສາທາລະນະສຸກໂດຍນຳໃຊ້ກົນໄກດ້ານສາທາລະນະສຸກທີ່ອາຊຽນມີບົດບາດນຳໜ້າ, ການໃຫ້ຄວາມຊ່ວຍເຫຼືອສະມາຊິກອາຊຽນໂດຍສະເພາະການຈັດສົ່ງສິນຄ້າ ແລະບໍລິການທີ່ຈຳເປັນ ລວມເຖິງອາຫານ, ຢາປິ່ນປົວ ແລະອຸປະກອນການແພດພ້ອມທັງປຶກສາຫາລືກ່ຽວກັບການຮ່ວມມືເພື່ອຫຼຸດຜ່ອນຜົນກະທົບທາງດ້ານສັງ ຄົມ ແລະເສດຖະກິດຮ່ວມກັນ ແລະກຳນົດແນວທາງສຳລັບການຟື້ນຕົວທາງເສດຖະກິດພາຍ ຫຼັງສະຖານະການໂຄວິດ-19 ສິ້ນສຸດ.

ອາເມລິກາເປັນຫຸ້ນສ່ວນທີ່ສຳຄັນຂອງອາ ຊຽນ ແລະມີຄວາມຮ່ວມມືກັບອາຊຽນຢ່າງ ຮອບດ້ານລວມທັງດ້ານສາທາລະນະສຸກ.

-------

ໜັງສືພິມເສດຖະກິດ-ສັງຄົມ