ຊາອິນອູ ອາດສະແດງເລື່ອງຄວາມລັບຂອງນາງຟ້າ

  ພະເອກໜຸ່ມໃນຝັນ ຊາອິນອູ ອາດມາຮັບບົດນໍາໃນຊີຣີເລື່ອງ ໃໝ່ທີ່ດັດແປງມາຈາດກະຕູນຊື່ດັງ True Beauty (ຄວາມລັບຂອງ ນາງຟ້າ) ດ້ານຕົ້ນສັງກັດຂອງ ຊາອິນອູ ກໍຕອບເລື່ອງນີ້ວ່າລາວ ໄດ້ຮັບການສະເໜີບົດຂອງຊີຣີ ເລື່ອງນີ້ມາ ແລະກຳລັງພິຈາລະນາ ຂໍ້ສະເໜີຕ່າງໆຢູ່.

  ຊີຣີເລື່ອງຄວາມລັບຂອງນາງ ຟ້າເປັນກາຕູນທີ່ໂດ່ງດັງທີ່ເລົ່າ ເລື່ອງລາວຂອງຍິງສາວໜ້າຂີ້ຮ້າຍ ທີ່ປິດປົກຄວາມຂີ້ຮ້າຍໄວ້ດ້ວຍເຄື່ອງສຳອາງແຕ່ຜູ້ຊາຍທີ່ລາວຫຼົງຮັກນັ້ນເປັນພຽງຄົນດຽວທີ່ ເຄີຍເຫັນໜ້າແທ້ຂອງລາວ ຊຶ່ງ ກ່ອນໜ້ານີ້ ຊາອິນອູ ກໍເປັນນັກສະແດງອັນດັບຕົ້ນໆທີ່ແຟນໆຢາກໃຫ້ມາຮັບສະແດງເລື່ອງນີ້ກ່ອນທີ່ປະກາດເດີນໜ້າສ້າງຊີຣີ, ຊາອິນອູ ນັ້ນໄດ້ຮັບການສະເໜີບົດບາດຂອງໜຸ່ມຫຼໍ່ທີ່ເຈົ້າຊູ້ ອີຊູໂຮ ນັກຮຽນລະດັບຕົ້ນໆ ທີ່ມີສາວໆ ລໍຖ້າສາລະພາບຮັກແຕ່ເຂົາກັບ ຫຼົງຮັກສາວທຳມະດາທີ່ງາມດ້ວຍ ເຄື່ອງສຳອາງຄື ອີມ ຈູກຢອງ ແຕ່ສຸດທ້າຍລາວກັບໄປເປັນຄົນຮັກ ຂອງເພື່ອນລາວແຟນຂອງໜຸ່ມຊາ ອິນອູທີ່ລໍຄອຍການຕັດສິນໃຈຂອງ ລາວຢູ່ກໍຕ້ອງລຸ້ນກັນຕໍ່ໄປວ່າໜຸ່ມ ຊາອິນອູ  ຕົກກລົງຮັບປາກ ຫຼື ບໍ່.

--------

ຮຽບຮຽງໂດຍ: ແກ້ວ