3 ອາຫານທີ່ກິນດິບແລ້ວບໍ່ດີຕໍ່ຮ່າງກາຍ

 ຖົ່ວແດງ: ຖົ່ວແດງ ມີສານ Phytohe magglutinin ຖ້າກິນດິບໆຈະສົ່ງຜົນເຖິງລະບົບທາງເດີນອາຫານອາດມີອາການຄ້າຍຄືອາຫານເປັນ ພິດໃຜທີ່ບໍ່ມັກກິນສຸກໆຂໍແນະນຳໃຫ້ຕົ້ມປະມານ 15 ນາທີກໍໄດ້.

  • ມັນຝຣັ່ງ: ອາດຈະເຮັດໃຫ້ທ້ອງອືດອາຫານ ເປັນພິດນອກຈາກນີ້ມັນຝຣັ່ງຍັງສ້າງສານພິດຊື່ວ່າ Solanine ຊຶ່ງເປັນສານໄກໂຄແອວຄາລອຍຈັດເປັນສານພິດທຳມະຊາດຊະນິດໜຶ່ງທີ່ພົບຢູ່ໃນບໍລິເວນ ສ່ວນທີ່ເປັນສີຂຽວຂອງຫົວມັນຝຣັ່ງເປັນສານຢັບຢັ້ງຂອງສານເອັນໄຊໂຄສີນແອດເທີເຣັດບໍ່ສາມາດ ຖືກທຳລາຍດ້ວຍຄວາມຮ້ອນ ແລະອາດເຮັດໃຫ້ລະບົບທາງເດີນອາຫານຜິດປົກກະຕິ.
  • ກະລໍ່າ: ໃນກະລໍ່າ ຈະມີສານ (Goitrogen) ຊຶ່ງຢູ່ໃນກຸ່ມຂອງສານທີ່ຂັດຂວາງການສ້າງຮໍໂມນໃນຕ່ອມໄທລອຍເຮັດໃຫ້ຮ່າງກາຍນຳໄອໂອດີນ  ໄປສ້າງຮໍໂມນໄທຣ໋ອກຊິນໄດ້ໜ້ອຍກວ່າປົກກະຕິ ຫຼື ເຮັດໃຫ້ຕ່ອມໄທລອຍເຮັດວຽກຕໍ່າຖ້າຫາກນຳກະລໍ່າໄປຜ່ານຄວາມຮ້ອນສານກອຍໂຕຼຣໍເຈນກໍຈະສະລາຍໄປດັ່ງນັ້ນແລ້ວຄົນທີ່ເປັນໄທລອຍບໍ່ຄວນ ກິນດິບໆເດັດຂາດ.
  • --------
  • ຮຽບຮຽງໂດຍ: ຟ້າ