ເກີດເຫດຝົນຕົກຟ້າຜ່າຢູ່ອິນເດຍເສຍຊີວິດ 10 ຄົນ

ເກີດເຫດພາຍຸຝົນຕົກຟ້າຜ່າຢູ່ລັດພິຫານຂອງອິນເດຍເຮັດໃຫ້ຟ້າຜ່າຊາວບ້ານທີ່ກໍາລັັງເຮັດວຽກໃນຟາມປູກຜັກເສຍຊີວິດຢ່າງໜ້ອຍ 10 ຄົນ ແລະໄດ້ຮັບບາດເຈັບ 9 ຄົນ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ປຣາເຕຍ ອົມຖາດ ເຈົ້າໜ້າທີ່ສຳນັກບໍລິຫານຄວບຄຸມໄພພິບັດຂອງລັດພິຫານຂອງ ອິນເດຍເປີດເຜີຍໃນວັນທີ 26 ເມສາທີ່ຜ່ານມາວ່າ: ເກີດເຫດພາຍຸຝົນຕົກຢ່າງໜັກໃນລັດພິຫານທາງຕາເວັນອອກສ່ຽງເໜືອຂອງປະເທດເຮັດໃຫ້ຟ້າຜ່າລົງໃນຟາມປູກຜັກເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະບາດເຈັບອີກ 10 ຄົນ ຖືກນໍາຕົວສົ່ງໂຮງໝໍໃນ ເມືອງແຕ່ຜູ້ໄດ້ຮັບບາດເຈັບເສຍຊີວິດທີ່ໂຮງໝໍອີກ 1 ຄົນ ຟ້າຜ່າລົງ ໃນລະຫວ່າງຊາວບ້ານພວມພາກັນເກັບຜັກໃນຟາມດັ່ງກ່າວ.

  ຢ່າງໃດກໍຕາມເດືອນກໍລະກົດ ປີ 2019 ທີ່ຜ່ານມາໄດ້ເກີດເຫດ ຟ້າຜ່າໃນລັດພິຫານຂອງອິນເດຍ ໃນໄລຍະລະດູມໍລະສຸມເຮັດໃຫ້ມີ ຜູ້ເສຍຊີວິດ 39 ຄົນ.

-------

ໜັງສືພິມເສດຖະກິດ-ສັງຄົມ