ອັງກິດກຽມທົດລອງວັກແຊງໂຄວິດ-19 ກັບ 6 ພັນຄົນ

  ສະຖາບັນເຈນເນີ ມະຫາວິທະຍາໄລອອກຟອດຂອງອັງກິດກຽມທົດລອງວັກແຊງປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ກັບອາສາສະໝັກຫຼາຍກວ່າ 6 ພັນຄົນ ພາຍໃນທ້າຍເດືອນໜ້າ ໂດຍ ຫວັງວ່າບໍ່ພຽງປອດໄພແຕ່ຍັງຈະ ໄດ້ຮັັບຜົນດີ.

 ຕາມຂ່າວຕ່າງປະເທດລາຍ ງານວ່າທົ່ວໂລກທີ່ກຳລັງເລັ່ງ ທົດລອງວັກແຊງໂຄວິດ-19 ສ່ວນໃຫຍ່ທົດລອງກັບອາສາສະໝັກຫຼັກຮ້ອຍຄົນ ເພື່ອທົດລອງຄວາມປອດໄພຂອງວັກແຊງ ແຕ່ສະຖາບັນເຈນເຈເນີນໍາໜ້າໄປກ່ອນ ເພາະຜົນການທົດລອງວັກແຊງ ຄ້າຍຄືກັນຫຼາຍຄັ້ງກ່ອນພິສູດແລ້ວ ວ່າປອດໄພກັບຄົນ ຂະນະນີ້ລໍຖ້າ ພຽງຖ້າການອະນຸມັດສຸກເສີນຈາກ ທາງການ ຖ້າຫາກຜົນການທົດລອງພົບວ່າໄດ້ຮັບຜົນດີຈະຜະລິດວັກແຊງຊຸດທຳອິດຫຼາຍລ້ານຊຸດ ໄດ້ພາຍໃນເດືອນກັນຍາ, ຄະນະນັກວິໄຈຫ້ອງທົດລອງປະຕິບັດການຮອກກີເມົາເທນຂອງສະຖາບັນສຸຂະພາບແຫ່ງຊາດຂອງອາເມລິກາໄດ້ນໍາວັກແຊງຂອງສະຖາບັນ ເຈນເນີ 1 ຊຸດ ໄປທົດລອງສັັກໃຫ້ ກັບລີງ 6 ໂຕ ໃນເດືອນກ່ອນ ຈາກນັ້ນໃຫ້ຮັບເຊື້ອໄວຣັັດໂຄວິດ- 19 ໃນປະລິມານຫຼາຍເຖິງຂັ້ນເຮັັດໃຫ້ລີງໂຕອື່ນໃນຫ້ອງທົດລອງເຈັບປ່ອຍ ຜົນປາກົດວ່າ ໃນ ອີກ 28 ວັນຕໍ່ມາລີງທັງ 6 ໂຕ ຍັງແຂງແຮງ.

  ຄະນະນັກວິໄຈລະບຸວ່າລີງເປັນສັດທີ່ມີຄວາມໃກ້ຄຽງກັບຄົນຫຼາຍ ຂະນະນີ້ກຳລັງວິເຄາະຜົນຢູ່ ຫວັງວ່າ ຈະແບ່ງປັນກັບນັັກວິໄຈ ອື່ນໆໄດ້ໃນອາທິດໜ້າຈາກນັ້ນຈະເຜີຍແຜ່ໃນວາລະສານຕໍ່ໄປ.

-------

ໜັງສືພິມເສດຖະກິດ-ສັງຄົມ