ເອສເອເອສ ຈະເລີກຈ້າງພະນັກງານ 5 ພັັນຄົນ

  ສາຍການບິນສະແກນດິເນວຽນແອລາຍ (ເອສເອເອສ) ແຈ້ງໃນວັນທີ 28 ເມສາທີ່ຜ່ານມາຈະເລີກຈ້າງພະນັກງານຫຼາຍເຖິງ 5 ພັນຄົນ ຄິດເປັນ 40% ຂອງພະ ນັກງານປະຈຸບັນເພາະພະຍາດຕິດຕໍ່ໄວຣັດໂຄວິດ-19 ເຮັັດໃຫ້ບໍ່ມີການເດີນທາງທາງເຮືອບິນຄາດວ່າຈະຕ້ອງລໍຫຼາຍປີກວ່າຈະກັບເຂົ້າສູ່ພາວະປົກກະຕິ.

  ຕາມຂ່າວຕ່າງປະເທດລາຍງານວ່າ ເອສເອເອສ ຖະແຫຼງວ່າ ເນື່ອງ ຈາກມາດຕະການຈຳກັດການເດີນທາງໃນປະຈຸບັນເຮັດໃຫ້ສາຍການບິນຄາດວ່າຈະມີກິດຈະກຳຢ່າງຈຳກັດໃນລະດູຮ້ອນ ຊຶ່ງເປັນໄລຍະການເດີນ ທາງສຳຄັນ ພ້ອມທັງມີຄວາມເປັນໄປໄດ້ສູງ ຈະຕ້ອງລໍຖ້າອີກຫຼາຍປີຄວາມຕ້ອງການເດີນທາງທາງເຮືອບິນຈະກັບເຂົ້າສູ່ພາວະປົກກະຕິ ເຮັດໃຫ້ສາຍການບິນຕັດສິນໃຈເລີກຈ້າງພະນັກກງານຫຼາຍກວ່າ 5 ພັນຄົນ ຄິດເປັນອັດຕາສ່ວນ 40% ຂອງພະນັກງານປະຈຸບັນ ສ່ວນບໍໍລິການການບິນໃນຂະນະນີ້ຈຳກັດພຽງເສັ້ນທາງໃນປະເທດໃນນອກແວ ແລະສະວິດບໍ່ທໍ່ໃດເສັ້ນທາງເທົ່ານັ້ນປະທານເຈົ້າໜ້າທີ່ບໍລິຫານ ເອສເອສ ຄາດວ່າຄວາມຕ້ອງການການເດີນ ທາງທາງເຮືອບິນຈະຄ່ອຍໆຟື້ນຕົວ ແຕ່ຕ້ອງລໍຈົນເຖິງ ປີ 2022 ຈຶ່ງຈະກັບເຂົ້າສູ່ພາວະກ່ອນເກີດພະຍາດໂຄວິດ-19.

 ເອສເອເອສໃຫ້ພະນັກງານ 90% ພັກວຽກໂດຍບໍ່ຮັບເງິນເດືອນມາຕັ້ງແຕ່ກາງເດືອນມີ ແລະຈະເລີ່ມເລີກຈ້າງພະນັກງານໃນສະວິດ1.900 ຄົນ, ນອກແວ 1.300 ຄົນ ດານມາກ 1.700 ຄົນ ລັດຖະບານສະວິດ ແລະດານມາກໃນຖານະຜູ້ຖືຮຸ້ນໃຫ່ຍສຸດປະກາດໃນເດືອນມີນາວ່າຈະຄໍ້າສິນເຊື່ອຫຼາຍກວ່າ 275 ລ້ານເອີໂຣ ເພື່ອປົກປ້ອງເອສເອເອສບໍ່ໃຫ້ໄດ້ຮັບຜົນກະທົບທາງເສດຖະະກິດຈາກໂຄວິດ-19.

_______

ໜັງສືພິມເສດຖະກິດ-ສັງຄົມ