ອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ລ້ານຄົນ

   ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 1 ລ້ານຄົົນແລ້ວສ່ວນຍອດຜູ້ເສຍຊີວິດສະສົມຢູ່ທີ່ເກືອບ 57 ພັນຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າອາເມລິກາຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ເພີ່ມຂຶ້ນເປັນຈຳນວນຫຼາຍຫຼ້າສຸດໃນວັນທີ 27 ເມສາທີ່ຜ່ານມາມີຜູ້ຕິດ ເຊື້ອເພີ່ມຫຼາຍກວ່າ 23 ພັນຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຫຼາຍກວ່າ 1 ລ້ານຄົນ ແລະມີຜູ້ເສຍຊີວິດເພີ່ມອີກເກືອບ 1.400 ຄົນ ຍອດຜູ້ເສຍຊີວິດສະສົມຢູ່ທີ່ເກືອບ 57 ພັນຄົນ ສ່ວນຍອດຄົນເຈັບທີ່ປິ່ນປົວຫາຍດີແລ້ວຢູ່ທີ່ 140.000 ຄົນ.

  ເວລານີ້ຫຼາຍລັດເລີ່ມຫຼຸດຜ່ອນມາດຕະການເຂັ້ມງວດລົງເພື່ອໃຫ້ເສດຖະກິດເດີນໜ້າຕໍ່ໄປໄດ້ຂະນະທີ່ລັດນີວຢອກຊຶ່ງເປັນພື້ນທີ່ແຜ່ລະບາດຮຸນແຮງ ແລະເປັນສູນກາງຂັບເຄື່ອນເສດຖະກິດຂອງອາເມລິກາຍັງບໍ່ທັນຫຼຸດຜ່ອນມາດຕະການເນື່ອງຈາກຍັງມີຄົນເຈັບປິ່ນປົວຢູ່ໂຮງໝໍຈຳນວນຫຼາຍ.

_________

ໜັງສືພິມເສດຖະກິດ-ສັງຄົມ