ນັກຮ້ອງ ສ.ເກົາຫຼີ ວົງບີທີເອສ ໂຈະທົ່ວຄອນເສີດທົ່ວໂລກ

 ວົງ ບີທີເອສ ຊຶ່ງເປັນນັກຮ້ອງຂອງ ສ.ເກົາຫຼີທີ່ໂດ່ງດັງລະດັບໂລກໂຈະທົວຄອນເສີດທົ່ວໂລກ ເນື່ອງຈາກບັນຫາການລະບາດ ຂອງເຊື້ອພະຍາດໂຄວິດ-19 ແລະຂໍ້ຈຳກັດຕ່າງໆທີ່ປະກາດໃຊ້ເພື່ອ ຄວບຄຸມການລະບາດຂອງເຊື້ອ ໄວຣັັດນີ້.

   ບິ້ກຮິດ ເອນເຕີເທນເມນ ບໍລິສັດຜູ້ຈັດການຂອງບີທີເອສ ຖະແຫຼງໃນວັນທີ 28 ເມສາ ທີ່ຜ່ານມາວ່າເນື່ອງຈາກການສະແດງ ຂອງບີທີເອສ ຈະຕ້ອງມີການເດີນ ທາງຂອງແຟນເພງຫຼາຍພັນຄົນ ບໍ່ວ່າຄອນເສີດຈັດຂຶ້ນແຫ່ງໃດດັ່ງ ນັ້ນ ຈຶ່ງເປັນເລື່ອງຍາກທີ່ທາງວົງ ຈະເດີນໜ້າຈັັດຄອນເສີດໃນສະຖານທີ່ຕ່າງໆ ໃນວາລະທີ່ມີມາດຕະການເຂັ້ມງວດໃນການເດີນ ທາງໄປຕ່າງປະເທດທີ່ມີຜົນບັັງ ຄັັບໃຊ້ຢູ່ດັ່ງນັ້ນທາງບີທີເອສ ຈຶ່ງ ຕັດສິນໃຈໂຈະກຳນົດການທົວຄອນເສີດທີ່ໄດ້ປະກາດໄປທົ່ວໂລກ ໂດຍຈະກຳນົດເວລາໃໝ່ອີກເທື່ອໜຶ່ງ, ຊຶ່ງວົງບີທີເອສ ມີສຳມາຊິກນັກຮ້ອງທັງໝົດ 7 ຄົນ ໄດ້ປະກາດຍົກເລີກທົວຄອນເສີດໃນທະວີບອາເມລິກາເໜືອມາແລ້ວຈາກເດີມທີ່ກຳນົດໃນວັນທີ 25 ເມສາ ທີ່ຜ່ານມາ ແລະຍັງຍົກເລີກທົວຄອນເສີດໃນ ສ.ເກົາຫຼີ ເນື່ອງຈາກ ໄດດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໂຄວິດ-19.

-------

ຮຽບຮຽງໂດຍ: ແກ້ວ