ດື່ມນໍ້າໝາກແຕງກວາ ມີຄຸນປະໂຫຍດກວ່າທ່ານຄິດ

ໝາກແຕງກວາ ເປັນພືດທີ່ມີນໍ້າເປັນສ່ວນປະກອບ 96%, ທັງເປັນອາຫານທີ່ມີແຄລໍລີຕໍ່າ, ນໍ້າຕານ, ໄຂມັນ ແລະໂປຕີນຕໍ່າ, ນອກນັ້ນຍັງອຸດົມໄປດ້ວຍວິຕາມິນ ແລະແຮ່ທາດທີ່ດີຕໍ່ສຸຂະພາບເຊັ່ນ: ວິຕາມິນຊີ, ວິຕາມິນເອ, ວິຕາມິນບີຄອມເພຼັກໂພແທສຊຽມ, ຟອສຟໍລັດ, ແມັກນິຊຽມ, ແຄລຊຽມ ແລະອື່ນໆ, ດັ່ງນັ້ນຈຶ່ງເຮັດໃຫ້ໝາກແຕງກວາມີຄຸນປະໂຫຍດຢ່າງມະຫາສານ.

  1. - ຊ່ວຍຄວບຄຸມນໍ້າໜັກ: ກິນໝາກແຕງຈະ ຊ່ວຍຫຼຸດຄວາມຮູ້ສຶກຫິວກະຫາຍ, ຈະຊ່ວຍສະລາຍໄຂ ມັນ, ດີທັອກ ແລະເລັ່ງຂະບວນການເຜົາຜານໄດ້ດີ.
  2. - ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກດີຂຶ້ນ: ຊ່ວຍໃຫ້ອາຫານເຄື່ອນຕົວຜ່ານລຳໄສ້ດີຂຶ້ນ ແລະບັນເທົາອາຫານທ້ອງຜູກ.
  3. - ຫຼຸດຄວາມສ່ຽງໃນການເກີດເປັນໂລກມະເຮັງ: ໃນໝາກແຕງກວາມີສານທີ່ຊ່ວຍປ້ອງກັນບໍ່ໃຫ້ເຊວ ມະເຮັງກໍ່ຕົວຂຶ້ນ ແລະຫຼຸດຄວາມສ່ຽງໃນການເກີດ ໂລກມະເຮັງຫຼາຍຊະນິດ.
  4. - ຊ່ວຍຄວບຄຸມຄວາມດັນເລືອດສູງ: ການດື່ມ ນໍ້າແຕງກວາສາມາດຊ່ວຍໄດ້ເພາະມັນອຸດົມໄປດ້ວຍ ໄຟເບີ, ແມັກນິຊຽມ ແລະໂພແທສຊຽມທີ່ລ້ວນແຕ່ກ່ຽວຂ້ອງກັບການຫຼຸດລົງຂອງຄວາມດັນເລືອດສູງ.
  5. - ເປັນແຫຼ່ງລວມຂອງວິຕາມິນບີ: ວິຕາມິນບີເປັນສານອາຫານພື້ນຖານທີ່ຊ່ວຍປັບປຸງການເຮັດວຽກຂອງຮ່າງກາຍ, ຊ່ວຍເພີ່ມລະດັບພະລັງງານ ແລະ ເລັ່ງຂະບວນການເຜົາຜານ.