ເຈົ້າແຂວງໄຊຍະບູລີ ຊຸກຍູ້ຂະບວນການຜະລິດພືດສະບຽງອາຫານຢູ່ເມືອງປາກລາຍ

  ເພື່ອຮັບປະກັນໃຫ້ສະບຽງອາຫານເປັນຕົ້ນແມ່ນ: ເຂົ້າ, ຊີ້ນ, ປາ, ໄຂ່ ແລະພືດຜັກຕ່າງໆໃຫ້ ພຽງພໍກັບການບໍລິໂພກຂອງປະຊາຊົນພາຍໃນບ້ານໃຫຍ່ເມືອງປາ-ນາຈັນ ໃນຊ່ວງໄລຍະການລະບາດຂອງພະຍາດ COVID-19 ນັ້ນ, ໃນວັນທີ 27 ເມສາ 2020 ນີ້ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຂະບວນການເກັບກ່ຽວ ຜົນຜະລິດລະດູແລ້ງ ແລະກະກຽມແກ່ການຜະລິດລະດູປີຂອງປະຊາຊົນບ້ານໃຫຍ່ເມືອງປາ-ນາຈັນ, ເມືອງປາກລາຍ, ແຂວງໄຊຍະ ບູລີ, ກ່ອນອື່ນທ່ານເຈົ້າແຂວງແມ່ນໄດ້ຮັບຟັງສະພາບການຜະລິດລະດູແລ້ງ, ການກະກຽມຜະລິດລະດູປີ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດ covid-19 ຈາກທ່ານ ຫຼົງ ຈະນາຍບ້ານໆ ໃຫຍ່ເມືອງປາ-ນາຈັນ ຊຶ່ງໄດ້ ກ່າວວ່າ: ຜ່ານມາແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານປູກພືດລະດູແລ້ງເຊັ່ນ: ນາແຊງມີເນື້ອ ທີ່ທັງໝົດ 7,52 ເຮັກຕາ, ປະຈຸບັນເກັບກູ້ສຳເລັດແລ້ວ 70% ຜົນຜະລິດໄດ້ 13,21 ໂຕນ, ພືດສະບຽງອາຫານເນື້ອທີ່ 10,12 ເຮັກຕາ, ຜົນຜະລິດໄດ້ 40,48 ໂຕນ, ໝາກແຕງເນື້ອທີ່ 1,80 ເຮັກຕາຜົນຜະລິດ 10,8 ໂຕນ, ສັດລ້ຽງມີງົວ 1.949 ໂຕ, ຄວາຍ 948 ໂຕ, ແບ້ 58 ໂຕ, ໝູ 1.200 ໂຕ, ສັກປີກ14.641 ໂຕ, ໜອງປາ 55 ໜອງປ່ອຍປາແລ້ວ 47,300 ໂຕ, ໄດ້ສຸມໃສ່ປູກພືດຜັກບາງຊະນິດເຊັ່ນ: ຜັກກາດ, ຜັກຫອມທຸກຊະນິດແລະລ້ຽງສັດນ້ອຍເພີ່ມຕື່ມປະເພດສັດ ປີກ, ລ້ຽງໝູ, ລ້ຽງປາ ແລະລ້ຽງກົບ.

 ພ້ອມດຽວກັນກໍໄດ້ສຸມໃສ່ຊີ້ນຳໆພາປະຊາຊົນກະກຽມເນື້ອທີ່ເພື່ອປູກພືດລະດູຝົນເປັນຕົ້ນ: ມີເນື້ອທີ່ປູກເຂົ້າທັງໝົດ598,86 ເຮັກຕາ, ເຂົ້າເນີນສູງ 136,89 ເຮັກ ຕາ, ມາຮອດປະຈຸບັນແມ່ນ ຕົກກ້າສຳເລັດແລ້ວ 60%, ນອກ ນີ້ກໍໄດ້ປູກພືດເປັນສິນຄ້າເຊັ່ນ: ມັນ ຕົ້ນເນື້ອທີ່ 20,91 ເຮັກຕາ, ໝາກງາເນື້ອທີ່ 21,24 ເຮັກຕາ, ສາລີ ເນື້ອທີ່ 17,90 ເຮັກຕາ, ຖົ່ວດິນ ແລະ ພືດຜັກຊະນິດຕ່າງໆ, ທັງນີ້ກໍເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

  ຈາກນັ້ນກໍໄດ້ລາຍງານກ່ຽວກັບການຕ້ານ ແລະເຝົ້າລະວັງຂອງພະຍາດ covd-19 ໂດຍ ໄດ້ສຸມໃສ່ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຢູ່ພາຍໃນບ້ານຜ່ານໂທລະໂຄ່ງເພື່ອໂຄສະນາດ້ານນິຕິກໍາຕ່າງໆຂອງຂັ້ນເທິງປົກກະຕິເພື່ອໃຫ້ປະຊາຊົນຮັບຮູ້ຂໍ້ ມູນຂ່າວສານວິທີປ້ອງກັນຕໍ່ພະ ຍາດ covd-19 ທົ່ວບ້ານມີ 1 ສູນກັກກັນກວມເອົາ 5 ບ້ານ, 1 ຈຸດ ກວດກາເພື່ອກວດກາຄົນເຂົ້າ-ອອກບ້ານ, ມີຜູ້ເຂົ້າສູນທັງໝົດ 126 ຄົນ, ຍິງ 63 ຄົນ ໄດ້ລົງທະບຽນເກັບກໍາປະຫວັດບັນທຶກຂໍ້ມູນຜູ້ເຂົ້າສູນລະອຽດ, ມີການປ້ອງກັນເວນຍາມ ແລະສ້າງລະບຽບພາຍໃນສູນ, ມີຄະນະແພດລົງກວດກາຕິດຕາມອຸນຫະພູມ 2 ຄັ້ງຕໍ່ມືເຊົ້າ ແລະແລງພາຍໃນສູນໄດ້ມີການພົ່ນຢາຂ້າເຊື້ອເພື່ອອະນາໄມສະຖານທີ່ເປັນແຕ່ລະໄລຍະ, ຮອດປະຈຸບັນຈໍານວນດັ່ງກ່າວຄົບ 14 ວັນແມ່ນບໍ່ມີກໍລະນີຫຍັງ ແລະໄດ້ອອກສູນທັງໝົດແລ້ວ.

  ໂອກາດດັ່ງກ່າວທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບ້ານທີ່ໄດ້ເຂັ້ມງວດ ແລະຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຢ່າງມີປະສິດ ທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19, ພ້ອມທັງໄດ້ເອົາໃຈໃສ່ນໍາພາປະ ຊາຊົນໃນການຜະລິດພືດສະບຽງອາຫານໄດ້ຢ່າງພຽງພໍກັບການບໍລິໂພກພາຍໃນບ້ານ ແລະໄດ້ຮຽກຮ້ອງໃຫ້ຄະນະບ້ານຈົ່ງສືບຕໍ່ທໍາການຜະລິດດ້ວຍການປູກພືດສະບຽງອາຫານ,ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງໃຫ້ສໍາເລັດແລະກະກຽມແກ່ການຜະລິດລະດູປີ,ທັງນີ້ກໍເພື່ອຮັບປະກັນດ້ານສະບຽງອາຫານ,ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້, ສືບຕໍ່ຕ້ານ ແລະສະກັດກັ້ນບັນຫາໄຟປ່າ ແລະວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ, ຈາກນັ້ນທ່ານເຈົ້າແຂວງກໍໄດ້ລົງຢ້ຽມຢາມສະຖານທີ່ຜະລິດຂອງປະຊາຊົນ.

_____________

ຂຽນໂດຍອຸ່ນເຮືອນ ໂພທິລັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ