ເຈົ້າແຂວງສະຫວັນນະເຂດລົງຊີ້ນຳວຽກພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຢູ່ເມືອງວິລະບູລີ

  ໃນວັນທີ 25 ເມສາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ເດີນທາງລົງຢ້ຽມຢາມ ແລະຊີ້ນຳວຽກງານພັດທະນາຊົນ ນະບົດ ແລະລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານກາຫຼ້າຍໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ພ້ອມຄະນະການນຳ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນເມືອງ.

  ໂອກາດນີ້,ທ່ານເຈົ້າແຂວງສະຫວັນນະເຂດກໍໄດ້ລົງຕິດຕາມເບິ່ງສະພາບການກໍ່ສ້າງພື້ນການໂຄງລ່າງຕ່າງໆເປັນຕົ້ນ: ການກໍ່ສ້າງເສັ້ນທາງ, ໂຮງຮຽນ, ນໍ້າລິນ ແລະອື່ນໆ ທີ່ເປັນເງື່່ອນໄຂສຳຄັນ ແລະ ຈຳເປັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກາຫຼ້າຍພ້ອມນີ້, ທ່ານກໍຍັງໄດ້ມີການສອບຖາມເຖິງສະພາບຂໍ້ສະດວກ, ຂໍ້ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ຂອງປະຊາຊົນພາຍໃນບ້ານກາຫຼ້າຍເພື່ອຊອກທິດທາງແກ້ໄຂຮ່ວມກັນແນໃສ່ເພື່ອເຮັດໃຫ້ບ້ານດັ່ງກ່າວຫຼຸດ ພົ້ນອອກຈາກຄວາມທຸກຍາກໄດ້ໂດຍໄວຊຶ່ງບ້ານກາຫຼ້າຍແມ່ນເປັນບ້ານທຸກຍາກທີ່ຍັງເຫຼືອພຽງບ້ານດຽວຂອງເມືອງວິລະບູລີ ພາຍຫຼັງທີ່ເມືອງໄດ້ປະກາດເປັນເມືອງຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງເປັນທາງການໃນປີ 2015 ເປັນຕົ້ນມາໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ເນັ້ນຢ້ຳໃຫ້ພໍ່ແມ່ປະຊາຊົນຈົ່ງພ້ອມກັນປົກປັກຮັກສາປ່າໄມ້ໂດຍສະເພາະໃນເຂດປ່າຍອດນໍ້າເພື່ອໃຫ້ຄົງຄວາມອຸດົມສົມບູນຂອງທຳມະຊາດອັນສຳຄັນແມ່ແນໃສ່ໃຫ້ປະຊາຊົນມີນໍ້າໄດ້ໄວ້ຊົມໃຊ້ໃນຊີວິດປະຈຳວັນ.

  ທ່ານ ຄຳຜຸຍ ສີບຸນເຮືອງ ໄດ້ໃຫ້ສຳພາດວ່າ: ບ້ານກາຫຼ້າຍເປັນບ້ານທຸກຍາກທີ່ຍັງເຫຼືອພຽງບ້ານດຽວ ຂອງເມືອງວິລະບູລີມີ 42 ຄອບຄົວ, ມີປະຊາກອນທັງໝົດ 240 ກວ່າຄົນ ແລະເປັນບ້ານທີ່ຕັ້ງຢູ່ໃນເຂດຫ່າງ ໄກສອກຫຼີກ ຊຶ່ງມາໃນປະຈຸບັນ, ທາງເມືອງພວກເຮົາພວມສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆທີ່ຈຳເປັນໃຫ້ແກ່ບ້ານດັ່ງກ່າວເປັນຕົ້ນແມ່ນເສັ້ນທາງເຂົ້າຫາບ້ານທີ່ຄາດວ່າຈະໃຫ້ສຳເລັດໃນເດືອນພຶກສະພາ 2020 ນີ້ການກໍ່ສ້າງໂຮງຮຽນໃນນີ້ພວກເຮົາກໍ່ມີແຜນສຳຮອງໃນການຫາເອົານັກຮຽນທີ່ຈົບຢູ່ໃນບ້ານ ເພື່ອສົ່ງໄປຮຽນຄູ ແລະໃຫ້ກັບມາສອນຢູ່ໂຮງຮຽນແຫ່ງນີ້ ພ້ອມນັ້ນ, ກໍ່ໄດ້ປຸກລະດົມປະຊາຊົນເຮັດນໍ້າລິນ ຊຶ່ງ ເປັນນໍ້າລິນເກົ່າຂອງໂຄງການ ທລຍ ເພື່ອມາຟື້ນຟູຄືນໃໝ່ໂດຍໄດ້ກໍ່ສ້າງອ່າງ ແລະຕໍ່ທໍ່ຫາແຕ່ລະຄອບຄົວຊຶ່ງພາຍຫຼັງສຳເລັດກໍ່ມີແຜນໃຫ້ແຕ່ລະຄອບຄົວປູກພືດຜັກຕ່າງໆ, ປູກໝາກເຜັດ, ຢາງໂບງ, ຢາງພາລາເພື່ອສ້າງເສດຖະກິດຄອບສ່ວນແຜນໄລຍະຍາວແມ່ນຫັນປະຊາຊົນຈາກການຖາງປ່າເຮັດໄຮ່ມາປູກພືດເສດຖະກິດເປັນຕົ້ນແມ່ນແຂມທີ່ເຫັນວ່າປູກງ່າຍ ແລະ ມີຕະຫຼາດຮອງຮັບທີ່ດີຈາກນັ້ນກໍ່ຈະໄດ້ສົ່ງເສີມໃຫ້ປະຊາຊົນລ້ຽງສັດໃຫຍ່ເນື່ອງຈາກເຂດດັ່ງກ່າວເປັນອ່າງໂຕ່ງເປັນຮ່ອມພູແລະມີນໍ້າສາຍຫ້ວຍຊະນີທີ່ສາ ມາດສະໜອງນໍ້າໃຫ້ແກ່ການປູກການລ້ຽງຄືດັ່ງກ່າວປະຈຸບັນທົ່ວເມືອງ ເມືອງວິລະບູລີຍັງເຫຼືອບ້ານທຸກຍາກ 1 ບ້ານ,ມີຈຳນວນຄອບຄົວທຸກຍາກ 500 ກວ່າຄອບຄົວ (ຕາມດຳ ລັດເລກທີ 309) ສ່ວນຕາມການປະເມີນຂອງເລກທີ 348 ແມ່ນເຫັນວ່າຍັງມີບາງບ້ານຫຼຸດມາດຕະຖານຊຶ່ງພວກເຮົາກຳລັງປັບປຸງຄືນ.

  ສຳລັບການຈັດຕັ້ງປະຕິບັດມາດຕະການໃນການຕ້ານ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ທາງເມືອງວິລະບູລີພວກເຮົາກໍໄດ້ມີແຜນຮອງຮັບ ໂດຍໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍຕາມຄຳສັ່ງຂອງນາຍົກເລກທີ 06 ຢ່າງເຂັ້ມງວດຊຶ່ງພາຍໃນເມືອງປະກອບມີ 5 ສູນກັກກັນ, ມີຈຳນວນແຮງງານເຂົ້າມາກັກກັນໂຕພາຍໃນສູນທັງໝົດ 319 ຄົນ ແລະມາຮອດປະຈຸບັນຍັງເຫຼືອພຽງ 1 ສູນ ໂດຍມີຜູ້ກັກກັນໂຕ 15 ຄົນ.

--------------

ໜັງສືພິມເສດຖະກິດ-ສັງຄົມ