ອີຟານ ຂ່ານ ນັກສະແດງຊື່ດັງເສຍຊີວິດແລ້ວ

 ນັກສະແດງຮູບເງົາທີ່ມີ ພອນສະຫວັນ ອີຟານ ຂ່ານຊຶ່ງເປັັນ ນັກສະແດງຊື່ດັງຂອງອິນເດຍຍັງມີຜົນງານເປັນທີ່ຮູ້ຈັກຂອງແຟນຮູບ ເງົາທັງຮູບເງົາເລື່ອງ  Millionaire,  Jurassic World ແລະLife of Pi ເສຍຊີວິດແລ້ວດ້ວຍອາຍຸ 53  ປີ ຫຼັງຈາກສົ່ງໄປປິ່ນປົວທີ່ໂຮງໝໍ ແຫ່ງໜຶ່ງໃນເມືອງມູມໃບຂອງອິນ ເດຍ ຕັ້ງແຕ່ວັນທີ 28 ເມສາທີ່ ຜ່ານມາ ດ້ວຍອາການລໍາໄສ້ໃຫຍ່ ຕິດເຊື້ອໃນເດືອນມີນາປີ 2018.

  ກ່ອນໜ້ານີ້ ອີຟານ ເປີດເຜີຍ ວ່າລາວຖືກບົ່ງມະຕິວ່າເປັນພະຍາດມະເຮັງໃນລະບົບທາງເດີນອາຫານ ໂດຍທັນທີທີ່ຮູ້ຂ່າວຮ້າຍກໍ ໄດ້ຂຽນຈົດໝາຍເຖິງແຟນໆຮູບເງົາພ້ອມເລົ່າປະສົບການໃນການ ປິ່ນປົວພະຍາດມະເຮັງທີ່ເຮັດໃຫ້ ລາວຮູ້ວ່າຊີວິດຄົນເຮົາບໍ່ມີຫຍັງ ແນ່ນອນແຕ່ຫຼັງຈາກໄດ້ຮັບການປິ່ນ     ປົວຢ່າງຈິງຈັງທີ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫຼວງລອນດອນຂອງ ອັງກິດແລ້ວສຸຂະພາບຂອງລາວກໍດີຂຶ້ນຈົນສາມາດກັບມາຖ່າຍທຳຮູບເງົາເລື່ອງ  Angrezi Medium ຊຶ່ງກາຍເປັນຮູບເງົາເລື່ອງສຸດທ້າຍໃນ ຊີວິດ ແລະລົງສາຍໃນເດືອນມີນາ ປີ 2020 ທີ່ຜ່ານມາ.

------

ໜັງສືພິມເສດຖະກິດ-ສັງຄົມ