ຄຸນປະໂຫຍດຂອງດອກອັນຊັນ ຫຼາຍທ່ານຍັງບໍ່ຮູ້

 ດອກອັນຊັນ ເປັນພືດລົ້ມລຸກທີ່ມີລັກສະນະເປັນເຄືອ ແລະເປັນສະໝຸນໄພທີ່ມີແຫຼ່ງກໍາເນີດຢູ່ທາງ ອາເມລິກາໃຕ້ ແລະມີການປູກທົ່ວໄປໃນເຂດຮ້ອນ, ເປັນພືດທີ່ມີລັກສະນະສະເພາະຕົວ ແລະມີປະໂຫຍດ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນນໍາມາໃຊ້ບໍາລຸງ ເສັ້ນຜົມໃຫ້ດົກດໍາເງົາງາມແກ່ນມີລົດຊາດມັນ ຊຶ່ງ ຈະຊ່ວຍລະບາຍທ້ອງໄດ້, ຮາກຂອງມັນຊ່ວຍເຮັດ ໃຫ້ລະບົບຂັບຖ່າຍດີຂຶ້ນ, ຊ່ວຍແກ້ອາການເຈັບຕາ ຫຼື ຕາຟາງ ນໍາໃຊ້ໂດຍການນໍາມາຝົນໃຫ້ມຸ່ນປະສົມ ນໍ້າເລັກນ້ອຍເພື່ອນໍາມາຢອດໃສ່ບໍລິເວນຕາທີ່ເຈັບ ແລະຍັງສາມາດນໍາມາທົດແທນຢາສີແຂ້ວໄດ້ອີກຊຶ່ງມັນຈະຊ່ວຍໃຫ້ຫຼຸດອາການເຈັບແຂ້ວ, ເຮັດໃຫ້ແຂ້ວແຂງແຮງ ແລະໃຫ້ລົດຊາດທີ່ຂົມເຢັນ

ຂໍ້ຄວນລະວັງສໍາລັບຄົນທີ່ມີພະຍາດເລືອດຈາງ ບໍ່ຄວນບໍລິໂພກນໍ້າດອກອັນຊັນ ແລະສ່ວນທີ່ບໍ່ເປັນ ພະຍາດເລືອດຈາງກໍບໍ່ຄວນດື່ມ ຫຼື ຮັບປະທານດອກ ອັນຊັນຕິດຕໍ່ກັນເປັນເວລາດົນເພາະອາດຈະສົ່ງຜົນ ເສຍຕໍ່ຮ່າງກາຍໄດ້.

--------

ໜັງສືພິມເສດຖະກິດ-ສັງຄົມ