ຂິງ ສະໝຸນໄພພື້ນບ້ານກັບສັບພະຄຸນ ທີ່ບໍ່ທຳມະດາ

 ຂິງເປັນພືດທີ່ອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດຕໍ່ຮ່າງ ກາຍເຫງົ້າຂອງຂິງແກ່ມີສານເບ ຕ້າແຄໂຣທີນທີ່ຊ່ວຍກຳຈັດຟຣີແຣດິຄັລ ຊຶ່ງເປັນສານກໍ່ມະເຮັງຂິງ ເປັນພືດທີ່ມີລິດຊ່ວຍຕ້ານມະເຮັງ ໄດ້, ສຳລັບຜູ້ປ່ວຍມະເຮັງຂິງກໍຈັດ ເປັນອີກໜຶ່ງໃນຢາອາຍຸວັດທະນະມີລິດຊ່ວຍປ້ອງກັນ ແລະຕໍ່ຕ້ານການຈະເລີນເຕີບໂຕຂອງເຊວມະເຮັງ ນອກຈາກນີ້ຂິງຍັງມີສານສຳ ຄັນໃນການຊ່ວຍຫຼຸດອາການ ແລະ ຜົນຂ້າງຄຽງຈາກສານເຄມີທີ່ໃຊ້ ໃນການຮັກສາໂລກມະເຮັງໄດ້ດີ.

  ນັກວິໃຈໂຮງຮຽນແພດມິຊິ ແກນ ໃນປະເທດສະຫະລັດອາເມ ລິກາພົບວ່າຂິງມີສັບພະຄຸນແກ້ການອັກເສບຊ່ວຍຫຼຸດການອັກເສບໃນລຳໃສ້ໃຫຍ່ ໂດຍທົດລອງໃຫ້ ຜູ້ໃຫຍ່ທີ່ແຂງແຮງ 30 ຄົນກິນ ແຄັບຊູນທີ່ບັນຈຸຂິງ 2 ກຣາມ ປຽບທຽບກັບກຸ່ມທີ່ບໍ່ໄດ້ກິນດົນ 1 ເດືອນພົບວ່າເຍື່ອບຸລຳໃສ້ຂອງ ຜູ້ທີ່ກິນຂິງເກີດການອັກເສບໜ້ອຍ ກວ່າຜູ້ທີ່ບໍ່ກິນຂິງ ແລະດ້ວຍສັບພະ ຄຸນສຳຄັນຂອງຂິງໃນການຄວບຄຸມ ແລະຫຼຸດອາການອັກເສບທີ່ເປັນ ກົນໄກສຳຄັນໃນການລະງັບການ ກະຕຸ້ນໃຫ້ເກີດການຈະເລີນເຕີບໂຕ ຂອງເຊວມະເຮັງທີ່ເພີ່ມຂຶ້ນ.

 ------

ຮຽບຮຽງໂດຍ: ຟ້າ