ສ ເກົາຫຼີ ຟື້ນຟູເສດຖະກິດສູ່ໂຄວິດ-19

 ໃນຂະນະທີ່ທົ່ວໂລກກຳລັງຮັບມືກັບຜົນກະທົບທາງເສດຖະກິດຈາກການແຜ່ລະບາດຂອງ ເຊື້ອໂຄວິດ-19 ຊຶ່ງ ສ.ເກົາຫຼີ ກໍປະເຊີນສະຖານະການໜັກໜ່ວງໃນໄລຍະທຳອິດ ແລະເລີ່ມຟື້ນຕົວ ຈາກວິກິດນີ້ໄດ້ ໂດຍບໍ່ເຮັດໃຫ້ການເຕີບໂຕຂອງປະເທດເສຍຫາຍໜັກ.

 ຕາມຂ່າວຕ່າງປະເທດລາຍງານວ່າ ສ.ເກົາຫຼີ ພົບຄົນເຈັບທີ່ຕິດເຊື້ອໂຄວິດ-19 ມາຕັ້ງແຕ່ເດືອນ ກຸມພາທີ່ຜ່ານມາ ແລະເພີ່ມຂຶ້ນຢ່າງຕໍ່ເນື່ອງທີ່ສຸດ ເຖິງ 800 ຄົນຕໍ່ວັນ ຫຼັງຈາກໄວຣັດນີ້ແຜຜ່ລະບາດຢ່າງວ່ອງໄວ ແຕ່ເມື່ອເຖິງກາງເດືອນເມສາຍອດຜູ້ຕິດເຊື້ອກໍລະນີໃໝ່ຫຼຸດລົງຫຼາຍຈົນເຫຼືອບໍ່ເຖິງ100 ຄົນຕໍ່ວັນ ແລະສ້າງສະຖິຕິທີ່ມີຄົນເຈັບຕໍ່າສຸດພຽງ 6 ຄົນໃນວັນທີ 24 ເມສາທີ່ຜ່ານມາ ໂດຍລັດຖະບານ ສ.ເກົາຫຼີ ຮັບມືກັບການລະບາດຂອງເຊື້ອໂຄວິດ- 19 ດ້ວຍການກວດຫາເຊື້ອປະຊາຊົນກຸ່ມໃຫຍ່ ແລະວາງມາດຕະການເວັ້ນໄລຍະຫ່າງທາງສັງຄົມທີ່ເຂັ້ມງວດ ແຕ່ບໍ່ໄດ້ສັ່ງປິດຂະແໜງທຸລະກິດ, ທ່ານ ຈີ່ນ ຫງວຽນ ນັກເສດຖະສາດອາວຸໂສຂອງນາຕີຊີ (Natixit) ໃນຝຣັ່ງໃຫ້ຄວາມເຫັນວ່າດ້ວຍມາດຕະການເຫຼົ່ານີ້ ເຮັດໃຫ້ ສ.ເກົາຫຼີ ສາມາດຢັບຢັ້ງການລະບາດຂອງໄວຣັດໂດຍບໍ່ສ້າງຄວາມເສຍຫາຍຕໍ່ກິດຈະການທາງເສດຖະກິດ,ຊຶ່ງເສດຖະກິດ ສ.ເກົາຫຼີ ເຕີບໂຕຫຼາຍກວ່າທີ່ຄາດຄະເນເອົາໄວ້ຢູ່ທີ່ 1,3% ໃນໄຕມາດທຳອິດເມື່ອທຽບກັບປີທີ່ຜ່ານມາ.

 ຂະນະດຽວກັນ ການຟື້ນຟູຄວາມຕ້ອງການພາຍໃນປະເທດຖືເປັນອີກໜຶ່ງຄວາມທ້າທາຍ ບັນດານັກເສດຖະສາດຂອງຊີຕີ້ລະບຸວ່າການບໍລິໂພກຂອງເອກະຊົນຂຶ້ນຢູ່ກັບປັດໄຈດ້ານເສດຖະກິດມະຫາພາກ ແລະການຈ້າງວຽກເຮັດ.

-------

ໜັງສືພິມເສດກິດ-ສັງຄົມ