ຍີ່ປຸ່ນ ຈະສົ່ງຢາໃຫ້ກັບ 38 ປະເທດຕາ້ນໂຄວິດ

   ຍີ່ປຸ່ນກຽມຈັດສົ່ງຢາປິ່ນປົວພະຍາດໄຂ້ຫວັດໃຫຍ່ໃຫ້ກັບ 38 ປະເທດ ເພື່ອທົດລອງປິນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ໂຕຊິມິດສຶໂມເຕກິລັດຖະມົນຕີຕ່າງປະເທດຍີ່ປຸ່ນລະບຸວ່າ: ຍີ່ປຸ່ນ ກຽມຈັດສົ່ງຢາອາວິແກນ (Avigan) ຫຼື ຮູ້ຈັກກັນດີໃນຊື່ວ່າຟາວີພີຣາເວຍ (Favipiravir) ຊຶ່ງເປັນຢາປິ່ນປົວພະຍາດໄຂ້ຫວັດໃຫຍ່ໃຫ້ແກ່ 38 ປະເທດໂດຍບໍ່ຄິດຄ່າໃຊ້ຈ່າຍພາຍໃນອາທິດນີ້ເພື່ອນຳໃຊ້ເຂົ້າໃນການທົດລອງປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຕົ້ນຟີລິບປິນ. ສຳລັບປະເທດໃນອາຊຽນຢູ່ໃນກຸ່ມ 38 ປະເທດທີ່ຈະໄດ້ຮັບຢາດັ່ງກ່າວໄດ້ແກ່ຟີລິບປິນ, ມາເລເຊຍ, ອິນໂດເນ ເຊຍ ແລະມຽນມານອກຈາກນີ້ຍັງມີຫຼາຍກວ່າ 30 ປະເທດທີ່ສະແດງຄວາມສົນໃຈທີ່ຈະຂໍຮັບຢາດັ່ງກ່າວ. ສຳລັບຢານີ້ມີປະສິດທິພາບໃນການປິ່ນປົວຜູ້ຕິດເຊື້ອໂຄວິດ -19 ໂດຍສະເພາະຜູ້ທີ່ມີອາການບໍ່ຮຸນແຮງ. ຂະນະທີ່ຍີ່ປຸ່ນຈະເຮັດວຽກຮ່ວມກັບປະເທດທີ່ໄດ້ຮັບຢາອາວີແກນດັ່ງກ່າວເພື່ອຂະຫຍາຍການວິໄຈທາງຄລິນິກກ່ຽວກັບປະສິດທິພາບໃນການປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ.

ນອກນີ້ຍີ່ປຸ່ນຈະມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ແກ່ສະຫະປະຊາ າດເພື່ອຊື້ແລະຈັດສົ່ງຢາດັ່ງກ່າວໃຫ້ແກ່ປະເທດທີ່ມີຄວາມຕ້ອງການ, ນັກວິໄຈທີ່ມະຫາວິທະຍາໄລອູຮັ້ນ ແລະສະຖາບັນອື່ນໆໃນ ສປ ຈີນ.

------

ໜັງສືພິມເສດຖະກິດ-ສັງຄົມ