ທະນາຄານເອຊເອສບີຊີກໍາໄລຫຼຸດລົງເກືອບ 50%

 ທະນາຄານ ເອຊເອສບີຊີ ປະກາດວ່າ ໃນໄຕມາດ 1 ຂອງປີ 2020, ຜົນກຳໄລກ່ອນຫັກພາສີ ຂອງທະນາຄານນີ້ ລວມມີ 3.200 ໂດລາສະຫະລັດ, ຫຼຸດລົງຫຼາຍກວ່າ 48% ເມື່ອທຽບໃສ່ໄລຍະເວລາ ດຽວກັນຂອງປີຜ່ານມາ.

  ຕາມຂ່າວຕ່າງປະເທດລາຍ ງານວ່າໃນຂະນະທີ່ລາຍໄດ້ຂອງ ທະນາຄານຫຼຸດລົງ 5% ຢູ່ທ່ີລະດັບ 13.600 ລ້ານໂດລາ ທະນາຄານ ເອຊເອສບີຊີ ເປັນສະຖາບັນການ ເງິນລະຫວ່າງປະເທດ ຊຶ່ງມີສຳ ນັກງານໃຫຍ່ຢູ່ນະຄອນຫຼວງລອນ ດອນ ປະເທດອັງກິດ, ໂດຍມີອັດຕາສ່ວນລາຍໄດ້ຈາກທະວີບອາຊີ ເປັນຫຼັກ ໂດຍສະເພາະປະເທດ ສປ ຈີນ ຊຶ່ງໄດ້ຮັບຜົນກະທົບທາງ ເສດຖະກິດຢ່າງໜັກຈາກການແຜ່ ລະບາດຂອງພະຍາດໂຄວິດ-19. ນັກວິເຄາະກ່າວວ່າຜົນກະທົບດັ່ງ ກ່າວຈະເປັນແຮງກົດດັນຜົນກຳໄລຂອງບໍລິສັດໃນປີ 2020. ໂດຍຫຸ້ນຂອງທະນາຄານເອຊເອສບິຊີ ໃນຕະຫຼາດຮຸ້ນລອນດອນຫຼຸດລົງຫຼາຍກວ່າ 29%.

 ໃນຂະນະທີ່ຮຸ້ນທີ່ເທຣດໃນຕະຫຼາດຫຼັກຊັບຮົງກົງຫຼຸດລົງ 35,1% ນັບຕັ້ງແຕ່ໄລຍະຕົ້ນປີ 2020 ຈາກແຮງກົດດັນຕໍ່ຜົນກຳໄລລວມເຖິງການເທຂາຍຂອງບັນດານັກລົງທຶນ ພາຍຫຼັງບໍລິສັດໄດ້ຈ່າຍເງິນ ປັນຜົນທີ່ສະໝ່ຳສະເໝີຫາກໍປະກາດຫຼຸດການຈ່າຍເງິນປັນຜົນໃນ ປີ 2020 ເພື່ອຮັກສາສະພາບຄ່ອງ.

------

ໜັງສືພິມເສດຖະກິດ-ສັງຄົມ