ຣັດເຊຍພົບຜູ້ຕິດເຊື້ອໂຄວິດວັນດຽວໝື່ນກວ່າຄົນ

 ຣັດເຊຍລາຍງານໃນວັນທີ 3 ພຶດສະພາວ່າຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ທຸບສະຖິຕິອີກຄັ້ງໜຶ່ງໂດຍວັນດຽວຕິດເຊື້ອເພີ່ມຫຼາຍກວ່າ 10.600 ຄົນ.

 ຕາມຂ່າວຕ່າງປະເທດລາຍງານວ່າຜູ້ຕິດເຊື້ອໂຄວິດ-19 ກໍ ລະນີໃໝ່ເພີ່ມຂຶ້ນ 10.633 ຄົນ ສ້າງສະຖິຕິໃໝ່ໃນຮອບ 1 ວັນອີກ ຄັ້ງໜຶ່ງສົ່ງຜົນເຮັດໃຫ້ຍອດລວມຜູ້ຕິດເຊື້ອໂຄວິດທົ່ວປະເທດຢູ່ທີ່ 134.687 ຄົນ ກາຍເປັນປະເທດ ທີ່ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດໃນເອີຣົບແຕ່ຕົວເລກເສຍຊີວິດທາງການຍັງຕໍ່າເມື່ອທຽບກັບອີຕາລີ, ແອັດສະປາຍ ແລະອາເມລິກາ ໂດຍ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ມີ ຜູ້ເສຍຊີວິດເພີ່ມຕື່ມອີກ 58 ຄົນ ສົ່ງຜົນເຮັດໃຫ້ລວມຜູ້ເສຍຊີວິດຢູ່ ທີ່ 1.280 ຄົນ, ທ່ານ ເຊີເກ ໂຊບຢາ ນິນ ເຈົ້າຄອງມຸສກູ ທີ່ກຳລັງກາຍ ເປັັນສູນກາງການແຜ່ລະບາດກ່າວວ່າ ການແຜ່ລະບາດຂອງເຊື້ອໂຄວິດ-19 ໃນນະຄອນຫຼວງຍັງບໍ່ຜ່ານຈຸດສູງສຸດຜູ້ຕິດເຊື້ອກໍລະນີໃໝ່ໃນຮອບ24 ຊົ່ວໂມງຢູ່ທີ່ 5.948 ລວມຜູ້ຕິດເຊື້ອໃນນະຄອນຫຼວງ ມຸສກູຢູ່ທີ່ 68.606 ຄົນ, ໂດຍທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍກ່າວວ່າ ສະຖານະການຍັງຍາກລໍາບາກຫຼາຍ, ແຕ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງລັດຖະບານຣັດເຊຍລະບຸວ່າຈະຄ່ອຍໆຫຼຸດຜ່ອນມາດຕະການອອກໄປຕັ້ງແຕ່ວັນທີ 12 ພຶດສະພາເປັນຕົ້ນໄປໂດຍໃຫ້ຂຶ້ນກັບສະຖານະການໃນແຕ່ລະພາກ.

  ໃນວັນທີ 2 ພຶດສະພາທີ່ຜ່ານມາ ທ່ານ ໂຊບຢານິນ ລະບຸວ່າປະຊາຊົນມຸສກູປະມານ 2% ຫຼື ຫຼາຍ ກວ່າ 250.000 ຄົນ ຕິດເຊື້ອພະຍາດໂຄວິດ-19 ຕາມສະຖິຕິທາງການລະບຸວ່າ ນະຄອນຫຼວງມຸສກູມີປະຊາກອນ 12,7 ລ້ານຄົນ.ມາເລເຊຍຈັບແຮງງານເຖື່ອນສະກັດກັ້ນເຊື້ອໂຄວິດທາງການມາເລເຊຍກຳລັງກວດຈັບແຮງງານທີ່ຜິດກົດໝາຍ (ແຮງງານເຖື່ອນ) ເພື່ອຢັບຢັ້ງພະຍາດຕິດແປດໂຄວິດ-19 ທີ່ກຳລັງລະບາດຮຸນແຮງໃນປະຈຸບັນນີ້.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ພົນເອກ ອັບດຸລ ຮາມິດ ບາດໍຣ ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍກ່າວໃຫ້ສຳພາດຕໍ່ສຳນັກຂ່າວເບີຣນາມາເມື່ອວັນທີ 2 ພຶດສະພາວ່າ: ການປະຕິບັດກວດຈັບແຮງງານຜິດກົດໝາຍແມ່ນເພື່ອປ້ອງກັນບໍ່ໃຫ້ແຮງງານດັ່ງກ່າວເດີນທາງໄປຍັງພື້ນທີ່ຕ່າງໆໃນໄລຍະທີ່ທາງການອອກມາດຕະການຈຳກັດການເດີນທາງເພື່ອຄວບຄຸມການແຜ່ລະບາດເພາະວ່າຖ້າຫາກປ່ອຍໄປຈະບໍ່ສາມາດຊອກຫາພວກເຂົາເຈົ້າໄດ້ສະນັ້ນເຈົ້າໜ້າທີ່ຕ້ອງກັກຕົວໄວ້ຢູ່ສະຖານທີ່ແຫ່ງໜຶ່ງຈົນກວ່າທາງການຍົກເລີກມາດຕະການຈຳກັດການເດີນທາງ.

 ມາເລເຊຍມີແຮງງານຕ່າງຊາດຂຶ້ນທະບຽນ ປະມານ 2 ລ້ານຄົນ ທາງການຄາດຄະເນວ່າມີ ແຮງງານຜິດກົດໝາຍອາໄສຢູ່ຫຼາຍກວ່ານັ້ນສ່ວນຜູ້ລີ້ໄພນັ້ນ ທາງການມາເລເຊຍບໍ່ໃຫ້ການຮັບຮອງສະຖານະດັ່ງກ່າວ ແລະຖືວ່າເປັນຄົນເຂົ້າເມືອງຜິດກົດໝາຍ.

------

ໜັງສືພິມເສດຖະກິດ-ສັງຄົມ