ເລື່ອນສາຍຮູບເງົາສາຍລັບຈອນ ວິກ 4

  ຄ່າຍຮູບເງົາລາຍໃຫຍ່ Lionsgate ບໍ່ໄຫວທີ່ຈະສູ້ກັບ ການແຜ່ລະບາດຂອງພະຍາດໂຄ  ວິດ-19  ຈຳໃຈເລື່ອນສາຍຮູບເງົາ ເລື່ອງ The Hitman’s Wife’s Bodyguard  ທີ່ນໍາສະແດງໂດຍບັນດາຣານັກສະແດງຄື Ryan Reynolds, Samuel L. Jack son ແລະSalma Hayek ໄປ ໄວ້ໃນປີ 2021.

ສ່ວນສາຍລັບ ຄີອານູຣິບ ກັບຮູບເງົາເລື່ອງ “John Wick: Chapter 4” ກໍເລືື່ອນສາຍໄປ ເປັນປີ 2022 ຫ່າງຈາກກຳນົດເດີມຫຼາຍກວ່າ 1 ປີເຕັມຫຼັງຈາກ ກ່ອນໜ້ານີ້ມີກຳນົດສາຍໃນເດືອນ ພຶດສະພາປີ 2021, ນອກຈາກ ທັງສອງເລື່ອງ Lionsgate ກໍຍັງ ມີຮູບເງົາສຸດລະທຶກຄື “Spiral” ນໍາສະແດງໂດຍ Chris Rock ແລະJackson ໄປໄວ້ໃນວັນທີ 21 ພຶດສະພາປີ 2021 ໜຶ່ງປີເຕັມຈາກວັນລົງສາຍເດີມສ່ວນຮູບເງົາ ສຸດສະຫຍອງເລື່ອງ Antebellum ທີ່ນໍາສະແດງໂດຍ  Janelle Monae ກໍລົງຕາຕະລາງສາຍໃນເດືອນສິງ ຫາປີ 2021; Lionsgate ເປັນ ຄ່າຍຮູບເງົາຫຼ້າສຸດທີ່ຕັດສິນໃຈ ປັບປ່ຽນຕາຕະລາງສາຍຮູບເງົາ ເພາະຜົນກະທົບຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ເຮັດຄ່າຍຮູບເງົາພາກັນປັບຕົວໃຫ້ເຂົ້າ ກັບສະຖານະການເພາະການສາຍ ຮູບເງົາໃນອາເມລິກາເໜືອຈະຍັງ ບໍ່ສາມາດເຮັດໄດ້ຢ່າງເຕັມທີ່.

-------

ຮຽບຮຽງໂດຍ: ແກ້ວ