GOT7 ປັບລຸກເປັນໜຸ່ມຫຼໍ່ໃນເອັມວີເພງໃໝ່

 ໄດ້ເຫັນໜຸ່ມໆແຕ່ງຕົວຄ້າຍ ຄືກັບໜຸ່ມໃນນະວະນິຍາຍຝຣັ່ງໃນ ລຸກຫວານລະມຸນປົນເທ້ແບບນີ້ແລ້ວ ອາກາເຊ (ແຟນຄລັບ) ຍັງໄຫວຢູ່ບໍ່? ດ້ວຍບົດເພງວີດີໂອເພງໃໝ່ ທີ່ມີຊື່ວ່າ: “NOT BY THEMOON”ຂອງບັນດາໜຸ່ມໆສະມາຊິກວົງ “GOT 7” ໄດ້ເຜີຍໃຫ້ເຫັນສະເໜ່ຂອງໜຸ່ມໆທັງ 7 ຄົນ ໃນແບບທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ, ປະກອບກັບເນື້ອເພງທີ່ຈະແສນຫວານ ແລະໂຣແມນຕິກທີ່ມີເນື້ອໃນກ່າວເຖິງຄໍາປະຕິຍານວ່າ ຈະຮັກກັນຕະຫຼອດໄປ JYP ຫຼື ພາກຈິນຢອງ ຊ່ວຍຂຽນເນື້ອເພງ ແລະເປັນຜູ້ຮຽບຮຽງເຮັດໃຫ້ແຟນໆ ສົນໃຈເພີດເພີນໄປພ້ອມໆກັນ.

“NOT BY THE MOON” ແມ່ນຊື່ຂອງອາລະບໍ້າ DYE ທີ່ ໄດ້ປ່ອຍອອກມາໃຫ້ແຟນໆໄດ້ຮັບ ຟັງ, ນອກຈາກນັ້ນ, GOT7 ຍັງໄດ້ປ່ອຍວິດີໂອສົດຂອງ GOT7 LIVE PREMIERE ລົງໃນຊ່ອງ ທາງ Official V Live on ອີກ ດ້ວຍ, ການກັບມາຄັ້ງນີ້ຈັດເນື້ອຫາສຳລັບແຟນໆໄດ້ຮັບກັນຈຸໃຈ ແລະ ບໍ່ຜິດຫວັງຢ່າງແນ່ນອນສົມກັບ ເປັນວົງ ສ.ເກົາຫຼີ GOT7 ແທ້.

------

ຮຽບຮຽງໂດຍ: ແກ້ວ