ອາຫານ 4 ປະເພດຜູ້ຊາຍຍິ່ງກິນຍິ່ງໜຸ່ມ

 ເພດຊາຍເປັນເພດທີ່ໃຊ້ພະລັງການສູງຈຶ່ງຄວນໄດ້ຮັບສານອາຫານທີ່ມີປະໂຫຍດພຽງພໍເພື່ອທົດແທນພະລັງງານທີ່ເສຍໄປ ແລະອາຫານທັງ 4 ປະເພດຕໍ່ໄປນີ້ຈະຊ່ວຍຄືນຄວາມໜຸ່ມໃຫ້ກັບທ່ານຊາຍ.

  • - ກ້ວຍ: ໃຫ້ພະລັງງານທີ່ເປັນນໍ້າຕານທຳມະຊາດ ແລະຄາໂບໄຮເດດ, ໄຟເບີ, ມີວິຕາມິນບີ 6, ແມັກການິຊຽມ ແລະໂພແທສຊຽມ, ຊ່ວຍປ້ອງກັນພະຍາດຄວາມດັນ ຊຶ່ງກ້ວຍໜ່ວຍໜຶ່ງສາມາດໃຫ້ພະລັງ ງານໄດ້ 100 ກິໂລແຄລໍລີ ຊຶ່ງເປັນປະລິມານພະລັງງານທີ່ເໝາະສົມສຳລັບຮ່າງກາຍຂອງຜູ້ຊາຍ.
  • - ອາຫານທີ່ມີວິຕາມິນ A, C, E ເຊັ່ນ: ປາ, ໄຂ່, ເຄື່ອງໃນສັດ, ໝາກກ້ຽງ, ສີດາ, ໝາກໄມ້ລົດສົ້ມຕ່າງໆ, ວິຕາມິນເຫຼົ່ານີ້ຈະຊ່ວຍບຳລຸງຜິວສໍາລັບຄົນທີ່ມີຜິວໝອງຄໍ້າ, ມີບັນຫາສິວ, ຮອຍດຳ, ຊຶ່ງຜິວພັນກໍເປັນສິ່ງໜຶ່ງທີ່ຜູ້ຊາຍບໍ່ຄວນເບິ່ງຂ້າມ.
  • - ພືດຕະກູນຖົ່ວບໍ່ວ່າຈະເປັນນົມຖົ່ວເຫຼືອງ, ຖົ່ວດິນທີ່ເປັນຍອດແຫຼ່ງລວມມີວິຕາມິນ B3 ແລະ B6 ທີ່ຊ່ວຍແກ້ໄຂບັນຫາຜົມຫຼົ່ນທີ່ໂຈມຕີບັນດາຜູ້ຊາຍໄວກາງຄົນ.

  • - ນໍ້າເຜິ້ງເປັນສຸດຍອດອາຫານຊຶ່ງນໍ້າເຜິ້ງປະກອບມີວິຕາມິນ ແລະທາດ “ໂບຣອນ” ທີ່ຊ່ວຍເພີ່ມຮໍໂມນເພດຊາຍໃຫ້ສູງຂຶ້ນໜຸ່ມໆຄວນກິນບໍລິໂພກນໍ້າເຜິ້ງມື້ລະ 4 ບ່ວງນ້ອຍຈະເຮັດໃຫ້ຮ່າງກາຍແຂງແຮງ.