ຟ່ານປິງປິງໂພສຮູບທຳອິດລົງອິນສະຕາແກຣມ ຫຼັງງຽບຫາຍຈາກຄະດີໜີພາສີ

   ນັກສະແດງສາວຊາວ ສປ ຈີນ ກັບມາເຄື່ອນໄຫວທາງໂຊຊຽວມີເດຍອີກຄັ້ງຫຼັງງຽບຫາຍ ກວ່າເຄິ່ງປີຈາກຄະດີຫຼົບໜີພາສີພ້ອມຄ່າປັບໃໝ 884 ລ້ານຢວນໂດຍນາງກັບມາໂພສອວຍພອນປີໃໝ່ຈີນໃຫ້ບັນດາແຟນຮູບເງົາ.

   ຟ່ານປິງປິງ ນັກສະແດງສາວຊາວຈີນໂພສອິນສະຕາແກຣມຮູບຕົວເອງເປັນເທື່ອທຳອິດຫຼັງເກັບຕົວງຽບຈາກຄະດີຫຼົບໜີພາສີໂດຍຖືກລັດຖະບານຈີນສັ່ງຈ່າຍພ້ອມຄ່າປັບໃໝ 884 ລ້ານຢວນ ໂດຍນາງໂພສຮູບຕົວເອງພ້ອມຂໍ້ຄວາມສະບາຍດີປີໃໝ່ຈີນ “ຂໍໃຫ້ທຸກຄົນມີຄວາມສຸກໃນປີໃໝ່ສຸຂະພາບແຂງແຮງພ້ອມບອກຮັກແຟນຮູບເງົາ ທຸກຄົນ”. ນອກຈາກໂພສອິນສະຕາແກຣມແລ້ວນາງຍັງໂພສຮູບພ້ອມຄຳອວຍພອນໃນເວີຍປໍ໋ສື່ສັງຄົມອອນລາຍໃນຈີນໂດຍມີແຟນໆເຂົ້າໄປອວຍພອນເນື່ອງໃນວັນປີໃໝ່ຈີນ ຢ່າງຫຼວງຫຼາຍຂະນະທີ່ໃນອິນສະຕາແກຣມເຈດສິກາແຊສເທນນັກສະແດງຮໍລີວູດໄດ້ໂພສຮູບຫົວໃຈ ຊຶ່ງຟ່ານປິງປິງໄດ້ຕອບກັບເປັນຮູບຫົວໃຈເຊັ່ນກັນ.

  ເຈດສິກາແຊສເທນຍັງເປັນຜູ້ອຳນວຍການສ້າງຮູບເງົາສາຍລັບ 355 ທີ່ຈະມີນັກສະແດງສາວ 5 ຄົນ 5 ຊາດ ຮ່ວມຮັບບົດນຳທັງດາລາຊາວຝຣັ່ງມາຣິຢົງ ໂກຕິຢານ, ດາລາຊາວສະເປນເຟເນໂລເປຄຣູສ, ລູພິຕາຢອງໂກຊາວເຄນຢາມາຮ່ວມສະແດງກັບຟ່ານປິງປິງ ແລະ ເຈດຊິກາແຊສເທນທີ່ທັງສະແດງ     ນຳ ແລະເປັນຜູ້ອຳນວຍການສ້າງໂດຍມີຂ່າວວ່າກຽມເປີດກ້ອງກາງປີນີ້.