ໝາກເດື່ອປ່ອງມີສັບພະຄຸນຮັກສາ ແລະແກ້ຜື່ນຄັນຕາມຜີວໜັງ

 ເປັນໄມ້ຢືນຕົ້ນຂະໜາດນ້ອຍເຖີງຂະໜາດກາງ ຫຼືໃຫຍ່, ສູງປະມານ 10 ແມັດ ແລະອາດ ສູງເຖິງ 12 ແມັດ, ດອກເປັນຊໍ່ແບບຊໍ່ໝາກເດື່ອຊື່ງຈະອອກດອກຕາມລຳຕົ້ນ ແລະກີ່ງ ຫຼືອາດຈະພົບອອກຕາມໂຄນ ຫຼືຕາມກີ່ງທີ່ຫ້ອຍລົງ, ບໍ່ມີໃບ ຫຼືພົບເຫັນໄດ້ຕາມຊອກໃບ, ດອກຍ່ອຍມີຂະໜາດນ້ອຍອັດກັນແໜ້ນຈະເລີນເຕີບໂຕຢູ່ໃນຖານຮອງດອກທີ່ຫໍ່ຫຸ້ມໄວ້ເພື່ອທີ່ຈະເລີນເຕີບໄປເປັນໝາກ.

  ໝາກເດື່ອອ່ອນສາມາດນໍາມາຮັບປະທານໄດ້ແຕ່ບໍ່ເປັນທີ່ນິຍົມເນື່ອງຈາກມີແມງໄມ້ອາໄສຢູ່ໃນໝາກ, ໃບອ່ອນໃຊ້ຮັບປະທານຮ່ວມກັບແຈ່ວໝາກເຜັດ, ລາບສ່ວນຊໍ່ດອກ ແລະໝາກອ່ອນເປັນຜັກສົດ ຫຼືຕົ້ມກິນກັບປົ່ນ ຫຼືອາດຈະນຳມາປຸງອາຫານຈຳພວກແກງສົ້ມໄດ້, ນອກນັ້ນໝາກເດື່ອປ່ອງມີຣົດ ຂົມເປັນຢາເຢັນມີສັບພະຄຸນຊ່ວຍຮັກສາໂລກໂລຫິດຈາງ, ເປັນຢາແກ້ໄຂ້ມາເລເຣຍ, ເປັນຢາແກ້ອາການປວດກະເພາະ, ຮາກ ແລະເປືອກລຳຕົ້ນນຳມາຕຳໃຊ້ເປັນຢາທາແກ້ຝີ, ແກ້ຜື່ນຄັນຕາມຜີວໜັງ ຫຼື ໃຊ້ກິນເປັນຢາແກ້ປະດົງ ຫຼືຈະໃຊ້ແກ່ນນຳມາຝົນກັບນໍ້າປູນໃສທາແກ້ຝີໄດ້ດີ.

---------

ຮຽບຮຽງໂດຍ: ຟ້າ