ຮູ້ໄວ້ໄດ້ປະໂຫຍດສັບພະຄຸນດີໆຈາກໝາກຂຽບຝຣັ່ງ

  ສໍາຫຼັບໃຜທີ່ເຄີຍກິນ ຫຼືໃຊ້ໃບໝາກຂຽບຝຣັ່ງມາກ່ອນຈະຮູ້ດີຢູ່ແລ້ວເຖິງສັບພະຄຸນໃນການຕ້ານເຊລມະເຮັງ ແລະການຕ້ານການອັກເສບທົ່ວໄປຂອງພືດຊະນິດນີ້ໝາກຂຽບຝຣັ່ງນອກຈາກຈະຕ້ານເຊລມະເຮັງໄດ້ດີແລ້ວຍັງອອກລິດຕ້ານເຊື້ອ ຫຼືຫຼຸດຜ່ອນອາການໂຣກກະເພາະລໍາໄສ້ອັກເສບໄດ້ດີອີກດ້ວຍ, ນອກນັ້ນຍັງສາມາດໃນການຮັກ ສາອາການໂລກກະເພາະລໍາໄສ້ອັກເສບຊໍາເຮື້ອ ຫຼືຄົນທີ່ເປັນໂລກນີ້ມາແລ້ວຫຼາຍປີບໍ່ຫາຍຈັກເທື່ອເນື່ອງຈາກທີ່ມັນເປັນພືດຕະກູນ (ແອນໂນນາຊຽດສ annonaceou s) ສານແອນໂນນາຊຽດສເປັນທີ່ຮູ້ກັນດີໃນວົງ ການແພດການຢາເຖິງຄວາມສາ ມາດໃນຕ້ານການອັກເສບຕ້ານເຊື້ອ ແລະຍັບຍັ້ງເຊລມະເຮັງໄດ້ຢ່າງສະງັກສັບພະຄຸນໃບໝາກຂຽບຝຣັ່ງມີດັ່ງນີ້:

  • - ປ້ອງກັນ ແລະຂ້າເຊລມະເຮັງ.
  • - ຊ່ວຍຮັກສາໂລກກະເພາະລໍາໄສ້ອັກເສບໄດ້ດີ.
  • - ຊ່ວຍຮັກສາອາການໂລກນອນບໍ່ຫຼັບ.
  • - ລົດຄວາມດັນລົດນໍ້າຕານໃນເລືອດ.
  • - ໃຊ້ເປັນຢາຂ້າພະຍາດໃນລະບົບທາງເດີນອາຫານ.
  • - ກິນເຂົ້າແຊບຊ່ວຍໃຫ້ຈະເລີນອາຫານ.
  • - ເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ.
  • - ຊ່ວຍຮັກສາອາການຫອບຫືດ.