ຄາດວ່າເສດຖະກິດຫວຽດນາມຈະຟື້ນໂຕໂດຍໄວ

  ລັດຖະບານ ສສ ຫວຽດນາມ ຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.

 ຕາມແຫຼ່ງຂ່າວຈາກທະນາຄານໂລກ (WB) ປະຈຳຢູ່ຫວຽດນາມ ລະບຸວ່າຕໍ່ໜ້າສະພາບການໂລກລະບາດໂຄວິດ-19, ຫວຽດນາມໄດ້ມີບັນດາມາດຕະການຕ້ານໂລກລະບາດຢ່າງໄວວາ ແລະຂ້ຽວຂາດໃນໄຕມາດ 1 ປີ 2020, ພ້ອມທັງ, ປະຕິບັດການແຍກຫ່າງໃນສັງຄົມໃນທົ່ວປະເທດຢ່າງເຂັ້ມງວດໃນເດືອນເມສາດັ່ງນັ້ນຈຶ່ງກໍ່ຜົນກະທົບ, ຜົນສະທ້ອນເຖິງພື້ນຖານເສດຖະກິດ, ເຮັດໃຫ້ດັດຊະນີເສດຖະກິດຫຼັກແຫຼ່ງຫຼຸດລົງເກືອບໝົດຄືການດຳເນີນທຸລະກິດຂາຍຍ່ອຍ, ການສົ່ງອອກ-ນຳເຂົ້າສິນ ຄ້າ ແລະບັນດາການເຄື່ອນໄຫວການບໍລິການ…ເຖິງຢ່າງໃດກໍ່ຕາມ, ບັນດານັກລົງທຶນຕ່າງປະເທດຍັງຄົງສືບຕໍ່ສົນໃຈເຖິງຕະຫຼາດຫວຽດນາມ. ຫຼັກຖານແມ່ນໃນເດືອນເມສາສາມາດດຶງດູດທຶນຈົດທະບຽນລົງທຶນໄດ້ 12 ຕື້ໂດລາສະຫະລັດ.

  ນອກຈາກນັ້ນ, ລັດຖະບານຫວຽດນາມກໍ່ຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່. ນັ້ນແມ່ນບັນດາສັນຍານເພື່ອຄາດຄະເນວ່າເສດຖະກິດຫວຽດນາມອາດຈະຟື້ນຕົວຄືນໃໝ່ໂດຍໄວໃນໄລຍະຈະມາເຖິງ.

__________

ໜັງສືພິມເສດຖະກິດ-ສັງຄົມ