ເປຣູທໍາລາຍໂຮງງານຜະດິດເງິນໂດລາປອມ

  ສຳນັກງານຕຳຫຼວດແຫ່ງ ຊາດເປຣູຖະແຫຼງການຈັບກຸມ ໂຮງງານຜະລິດເງິນໂດລາສະຫະ ລັດປອມ ແລະຢຶດຂອງກາງທະນະບັດປອມ ລວມມູນຄ່າ 15 ລ້ານ ໂດລາສະຫະລັດ ຈາກເຮືອນຜູ້ຕ້ອງສົງໄສໃນເຂດນະຄອນຫຼວງລິມາ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ໂຮເຊ່ ຄຣູ ຜູ້ບັງຄັບ ຕຳຫຼວດແຜນຄະດີສໍ້ໂກງ ສຳນັກ ງານຕຳຫຼວດແຫ່ງຊາດເປຣູູເປີດ ເຜີຍໃນທ້າຍອາທິດທີ່ຜ່ານມາວ່າ ກຸ່ມຜູ້ຕ້ອງສົງໄສ ທີ່ຖືກຕຳຫຼວດ ຄວບຄຸມຕົວໃນລະຫວ່າງການບຸກ ເຂົ້າຈັບກຸມຂໍ້ຫາສວຍໂອກາດຜະ ລິດທະນະບັດປອມເພີ່ມໃນລະ ຫວ່າງທີ່ເປຣູກຳລັງຢູ່ພາຍໃຕ້ມາດ ຕະການປິດເມືອງ ເພື່ອປ້ອງກັນ ການລະບາດຂອງເຊື້ອພະຍາດໂຄ ວິດ-19, ຊຶ່ງການບຸກເຂົ້າກວດຢຶດ ໂຮງງານຜະລິດທະນະບັດເງິນ ປອມໃນຄັ້ງນີ້ ຕຳຫຼວດສາມາດຢຶດ ຂອງກາງເປັນທະນະບັດປອມຊະ ນິດໃບ 100 ໂດລາສະຫະລັດ ລວມ ມູນຄ່າປະມານ 15 ລ້ານໂດລາ ແລະເຄື່ອງພີມທະນະບັດຫຼາຍໜ່ວຍ.

  ຢ່າງໃດກໍຕາມຕຳຫຼວດເປຣູເປີດເຜີຍວ່າ ເປຣູໄດ້ກາຍເປັນໜຶ່ງໃນປະເທດສຳຄັນຂອງໂລກ ແລະແຊງໜ້າໂຄໂລມບີເປັນປະ ເທດອັນດັບ 1 ໃນອາເມລິກາລາ ຕິນໃນການປອມແປງເງິນໂດລາ ສະຫະລັດ.

----------

ໜັງສືພິມເສດຖະກິດ-ສັງຄົມ