ຄາດວ່າເສດຖະກິດ ອັງກິດຫຸຼດລົງຕໍ່າສຸດໃນຮອບ 300 ປີ

 ແບງອອຟອິງແລນທະນາຄານກາງຂອງອັງກິດຄາດຄະເນເສດຖະກິດອັງກິດຄັ້ງໃໝ່ວ່າເສດຖະກິດກຳລັງມຸ້ງໜ້າເຂົ້າສູ່ພາວະຖົດຖອຍຮ້າຍແຮງທີ່ສຸດໃນຮອບຫຼາຍກວ່າ 300 ປີ ເພາະການລະບາດຂອງເຊື້ອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າທະນາຄານກາງອັງກິດຖະແຫຼງໃນທ້າຍອາທິດທີ່ຜ່ານມາວ່າເສດຖະກິດອັງກິດຈະຫົດຕົວ 14% ໃນປີນີ້ຊຶ່ງອາດເປັນການຫົດຕົວລາຍປີຄັ້ງໃຫຍ່ສຸດຕັ້ງແຕ່ປີ 1706 ຊຶ່ງເປັນການອ້າງອິງການປະເມີນຂໍ້ມູນຂອງທະນາຄານ.ໂດຍທະນາຄານກາງອັງກິດຮັກສາອັດຕາດອກເບ້ຍນະໂຍບາຍໄວ້ທີ 0,1% ຊຶ່ງເປັນອັດຕາຕໍ່າເປັນປະຫວັດສາດ ແລະຮັກສາເປົ້າໝາຍການຊື້ພັນທະບັດໄວ້ທີ່ 645.000 ລ້ານປອນ ແມ້ວ່າກຳມະການ 2 ໃນ 9 ຄົນຕ້ອງການໃຫ້ເພີ່ມພັນທະບັດອີກ 100 ຕື້ປອນ ທ່ານ ແອນດູ ເບຍ ຜູ້ວ່າການທະນາຄານກາງກ່າວວ່າຈະດຳເນີນການຕາມທີ່ຈຳເປັນໃນການຮັກສາສະຖຽນລະພາບການເງີນເພື່ອຄວາມໝັ້ນຄົງໄລ ຍະຍາວ ແລະຄວາມຕ້ອງການຂອງປະຊາຊົນເຊື່ອວ່າຕ້ອງໃຊ້ເວລາອີກໄລຍະໜຶ່ງກວ່າເສດຖະກິດຈະຟື້ນຕົວແຕ່ໜ້າຈະໄວກວ່າໄລຍະວິກິດການເງິນໂລກເພາະຄາດວ່າລັດຖະບານຈະຄ່ອຍໆຜ່ອນຄາຍມາດຕະການປິດເມືອງໃນເດືອນມິຖຸນາ-ກັນຍາ.

  ທະນາຄານກາງອັງກິດລະບຸວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດຖ້າຫາກເສດຖະກິດຫຼຸດລົງເຖິງ 14% ຫຼາຍທີ່ສຸດໃນຮອບ 300 ປີ ທະນາຄານກາງຈະດຳເນີນມາດຕະການກະຕຸ້ນທາງການເງິນຄັ້ງໃຫຍ່ຄາດວ່າໄຕມາດເດືອນເມສາ-ມິຖຸນາ ຕົວເລກລວມຍອດຜະລິດຕະພັນພາຍໃນ (ຈີດີພີ)ຈະຫົດຕົວເຖິິງ 25% ແລະອັດຕາວ່າງວຽກຈະເພີ່ມຂຶ້ນກວ່າສອງເທົ່າເປັນ 9%.

____________

ໜັງສືພິມເສດຖະກິດ-ສັງຄົມ