ນັກລົງທຶນໝັ້ນໃຈຫວຽດນາມເປັນສະຖານທີ່ຜະລິດໃໝ່

  ນັກລົງທຶນຕ່າງປະເທດໝັ້ນໃຈວ່າ ສສ ຫວຽດນາມ ຈະເປັນສະຖານທີ່ການຜະລິດໃໝ່ຫຼັງຈາກສາມາດຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ເດີນໜ້າຟື້ນຟູເສດຖະກິດຢ່າງວ່ອງໄວ.

 ຕາມຂ່າວຕ່າງປະເທດລາຍງານວ່າພາຍຫຼັງປະກາດຄວາມສຳເລັດໃນການຄວບຄຸມເຊື້ອພະຍາດໂຄວິດ-19 ຫວຽດນາມກຳລັງວາງຕຳແໜ່ງຂອງປະເທດເປັນສະຖານທີ່ປອດໄພສຳລັບການດຳເນີນທຸລະກິດ ແລະ ກຳລັງໄດ້ປະໂຫຍດຈາກຄວາມຕ້ອງການຂອງຜູ້ຜະລິດຕ່າງປະເທດທີ່ຊອກຫາຄວາມຫຼາກຫຼາຍຂອງຄວາມຕ້ອງການນອກເໜືອໄປຈາກ ສປ ຈີນ, ເຖິງແມ່ນວ່າ ຫວຽດນາມ ຈະມີປະຊາກອນຫຼາຍກວ່າ 96 ລ້ານຄົນ ແລະມີຊາຍແດນຕິດກັບຈີນແຕ່ກັບມີຈຳນວນຄົນເຈັບຕິດເຊື້ອໂຄວິດ-19 ພຽງ 288 ຄົນ ແລະບໍ່ມີຜູ້ເສຍຊີວິດຈາກເຊື້ອໄວຣັດນີ້ເນື່ອງຈາກການຄວບຄຸຸມການແຜ່ລະບາດທີ່ມີປະສິດທິພາບເຮັດໃຫ້ຊາດອາຊຽນແຫ່ງນີ້ຢູ່ໃນເສັ້ນທາງການຟື້ນຟູເສດຖະກິດຂອງປະເທດໄວກວ່າປະເທດອື່ນໆ, ດ້ວຍການຕອບສະໜອງຢ່າງວ່ອງໄວຂອງຫວຽດນາມດັ່ງກ່າວຄາດວ່າການລົງທຶນຈາກຕ່າງປະເທດຈະຫຼັ່ງໄຫຼເຂົ້າສູ່ຫວຽດນາມ.

   ລາຍງານຂອງຄະນະກໍາມາການດ້ານເສດຖະກິດລະບຸວ່ານັກລົງທຶນຕ່າງຊາດກໍາລັງພິຈາລະນາການຍ້າຍການລົງທຶນມາຫວຽດນາມເນື່ອງຈາກຄວາມເຊື່ອໝັ້ນໃນຄວາມປອດໄພຂອງຫວຽດນາມທ່າມການລະບາດໂດຍບໍລິສັດອິເລັກໂຕນິກຂອງອາເມລິກາ ແລະສ.ເກົາຫຼີກຳລັງຊຸກຍູ້ໃຫ້ການຜະລິດ ແລະບາງບໍລິສັດເລືອກຫວຽດນາມເປັນປາຍທາງເຊັ່ນບໍລິສັດແອັບເປີ້ນອິງວາງແຜນຈະຜະລິດແອພອດອຸປະກອນຫູຟັງບໍ່ມີສາຍໃນຫວຽດນາມ 3-4 ລ້ານໜ່ວຍ ຫຼືປະມານ 30% ຂອງການຜະລິດແອພອດທັງໝົດໃນໄລຍະໄຕມາດນີ້.