ລາຄາອາຫານໂລກຫຼຸດລົງ 3 ເດືອນຕິດຕໍ່ກັນ

 ອົງການສະບຽງອາຫານ ແລະກະສິກຳແຫ່ງສະຫະປະຊາຊາດ (FAO) ໃຫ້ຮູ້ວ່າ: ລາຄາສະບຽງອາຫານໂລກໄດ້ຫຼຸດລົງເປັນເດືອນທີ 3 ຢ່າງຕໍ່ເນື່ອງໃນເດືອນເມສາຜ່ານມາຍ້ອນຜົນກະທົບຈາກພະຍາດໂຄວິດ-19 ສົ່ງຜົນເຖິງເສດຖະກິດ.

  ຕາມຂ່າວຕ່າງປະເທດລາຍງານວ່າດັດສະນີລາຄາສະບຽງອາຫານຂອງ FAO ໄດ້ມີການປ່ຽນແປງໃນແຕ່ລະເດືອນໂດຍສະເພາະເດືອນເມສາຜ່ານມາ, ບັນດາທັນຍາພືດ, ຜະລິດຕະພັນຈາກນໍ້ານົມ, ຊີ້ນ ແລະນໍ້າຕານບັນລຸ 165,5 ຈຸດ, ຫຼຸດລົງ 3,4% ເມື່ອທຽບໃສ່ເດືອນມີນາຜ່ານມາ, FAO ໃຫ້ຮູ້ວ່າ: ບັນດາປະເທດຜະລິດຂະ ໜາດໃຫຍ່ພວມຜະ ເຊີນກັບສະພາບການຢຸດຈື້ງໃນຂົງເຂດການຜະລິດໃນຂະນະທີ່ຄຳສັ່ງປິດເມືອງຢູ່ບັນດາປະເທດ ແລະເຂດແຄວ້ນເພື່ອສະກັດກັ້ນຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ປະລິມານການຂາຍຫຼຸດລົງຢ່າງຫຼວງຫຼາຍ, ນອກຈາກນັ້ນ FAO ໄດ້ສືບຕໍ່ຮັກສາປະລິມານທັນຍາພືດໃຫ້ມີຄວາມໝັ້ນຄົງໃນລະດັບສູງເຖິງ 2,720 ຕື້ໂຕນ ໃນປີ 2019 ແຕ່ຫຼຸດຜ່ອນຄວາມຕ້ອງການໃນການນຳໃຊ້ສິນຄ້າປະເພດນີ້ໃນສົກປີ 2019-2020 ລວມມີ  24,7 ລ້ານໂຕນເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ຕໍ່ພື້ນຖານເສດຖະກິດ.

  ອົງການນີ້ຍັງຄາດວ່າແຫຼ່ງສະໜອງ ແລະຄວາມຕ້ອງການເຂົ້າ ບາເລຢູ່ທົ່ວໂລກໃນລະດູເກັບກ່ຽວ 2020-2021 ບັນລຸປະລິມານ 762,6 ລ້ານໂຕນ ຂະນະທີ່ດັດຊະນີນໍ້າຕານຫຼຸດລົງ 14,6% ຈຸລະດັບ ຕໍ່າສຸດໃນຮອບ 13 ປີ, ລາຄານໍ້າມັນພືດປັບຕົວຫຼຸດລົງ 5,2%, ດັດຊະນີລາຄາຜະລິດຕະພັນນົມຫຼຸດລົງ 3,6% ສ່ວນດັດຊະນີລາຄາຊີ້ນສັດປັບຕົວຫຼຸດລົງ 2,7%.