ສປຊ ຮຽກຮ້ອງເພີ່ມເງິນຊ່ວຍເຫຼືອປະເທດທຸກຍາກ

 ສະຫະປະຊາຊາດ (ສປຊ) ຫຼື ຢູເອັນຮຽກຮ້ອງໃຫ້ເພີ່ມບ້ວງ ເງິນຊ່ວຍເຫຼືອປະເທດ ແລະເຂດ ແຄວ້ນທີ່ທຸກຍາກໃນການຮັບມືກັບ ການແຜ່ລະບາດເຊື້ອພະຍາດໂຄ ວິດ-19 ຂຶ້ນເປັນ 6,7 ຕື້ໂດລາສະຫະລັດ ຈາກເມື່ອກ່ອນເຄີຍຮຽກ ຮ້ອງໃຫ້ຕັ້ງກອງທຶນ 2 ຕື້ໂດລາ ສະຫະລັດ.

   ຂ່າວຕ່າງປະເທດລາຍງານວ່າ ຈຸດປະສົງຕົ້ນຕໍຂອງໂຄງການດັ່ງ ກ່າວເພື່ອຈະນຳໃຊ້ເຂົ້າໃນການຈັດ ຫາຢາປິ່ນປົວພະຍາດ ແລະອາ ຫານໃຫ້ແກ່ບັນດາປະເທດ ແລະ ເຂດແຄວ້ນທີ່ມີລະບົບການປິ່ນປົວອ່ອນແອເຊັ່ນປະເທດພວມພັດທະນາທີ່ມີຄວາມຂັດແຍ່ງເກີດຂຶ້ນ, ໄລ່ເຖິງຕົ້ນອາທິດນີ້ຍີ່ປຸ່ນ, ອາເມລິກາ ແລະອີກຫຼາຍປະເທດສາມາດ ຮ່ວມກັນລະດົມທຶນໄດ້ແລ້ວ 923 ລ້ານໂດລາ ເພື່ອຊ່ວຍໃຫ້ແກ່ 54 ປະເທດແລະເຂດແຄວ້ນ, ສປຊ ຕ້ອງການນຳເງິນຈາກກອງທຶນ ພິເສດໄປເສີມສ້າງມາດຕະການທີ່ມີຢູ່ແລ້ວ ແລະເພີ່ມຈຳນວນປະເທດທີ່ຕ້ອງໃຫ້ຄວາມຊ່ວຍເຫຼືອ ອີກ 9 ປະເທດລວມເຖິງໂມຊຳບິກ ແລະປາກິດສະຖານ.

  ເລຂາທິການໃຫຍ່ ສປຊ ຖະແຫຼງວ່າຈຳເປັນຕ້ອງໃຊ້ເງິນເພື່ອຊ່ວຍເຫຼືອຊີວິດຜູ້ຄົນນັບລ້ານຢູ່ໃນບັນດາປະເທດທຸກຍາກ ແລະເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ທົ່ວໂລກ.