ປະລິມານການຜະລິດນ້ຳມັນຣັດເຊຍຫຼຸດລົງ

   ກະຊວງພະລັງງານຂອງຣັດເຊຍເປີດເຜີຍວ່າ ໃນເດືອນມັງກອນທີ່ຜ່ານມາ ປະລິມານການຜະລິດນໍ້າມັນຂອງປະເທດບັນລຸ 11.38 ລ້ານຖັງຕໍ່ວັນ ຫຼຸດລົງ 35 ພັນຖັງຕໍ່ວັນເມື່ອທຽບໃສ່ໄລຍະທີ່ຜ່ານມາ.

   ຕາມຂ່າວສານຫວຽດນາມ ລາຍງານວ່າ ຣັດເຊຍຫຼຸດປະລິມານການຜະລິດນໍ້າມັນເຫຼືອ 11.38 ລ້ານຖັງຕໍ່ວັນສະນັ້ນລະດັບການປັບຫຼຸດລົງບໍ່ເປັນໄປຕາມເປົ້າໝາຍ ທີ່ຂໍ້ຕົກລົງຂອງຜູ້ຜະລິດນໍ້າມັນກຳນົດໄວ້, ຊຶ່ງຕໍ່າກວ່າ 11.45 ລ້ານຖັງຕໍ່ວັນໃນເດືອນທັນວາ, ຕາມການຄິດໄລ່ປະລິມານ ແລະ ນໍ້າໜັກນໍ້າມັນໃນເດືອນມັງກອນ ປີນີ້ຢູ່ທີ 48.113 ລ້ານໂຕນ ຂະນະທີ່ປີກາຍຢູ່ທີ່ 48.442 ລ້ານ ໂຕນ, ຣັດເຊຍບໍ່ສາມາດຫຼຸດກຳລັງການຜະລິດນໍ້າມັນລົງແຮງ ບາດດຽວ ເນື່ອງຈາກຂໍ້ຈຳກັດທາງ ເຕັກນິກ ແຕ່ຈະພະຍາຍາມຫຼຸດການຜະລິດນໍ້າມັນລົງຕື່ມອີກ, ເຈົ້າໜ້າທີ່ ແລະຜູ້ຊ່ຽວຊານຂອງຣັດເຊຍ ກ່າວວ່າ ການຫຼຸດການຜະລິດນໍ້າມັນເປັນເລື່ອງທີ່ທ້າທາຍ ເນື່ອງຈາກສະພາບອາກາດທີ່ໜາວແຮງອາດເຮັດໃຫ້້ບໍ່ນໍ້າມັນຢຸດການຜະລິດ.

ຈາກການສຳຫຼວດຂອງໜັງສືພິມຣອຍເຕີພົບວ່າ ໃນເດືອນມັງ ກອນປີ 2019 ປະລິມານນໍ້າມັນຂອງກຸ່ມໂອເປັກຫຼຸດລົງ.