ສ.ເກົາຫຼີພົບຜູ້ຕິດເຊື້ອໂຄວິດສູງສຸດໃນຮອບ 1 ເດືອນ

ທາງການ ສ.ເກົາຫຼີ ລາຍງານໃນວັນທີ 10 ພຶດສະພາຜ່ານມາວ່າພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 34 ຄົນນັບເປັນຕົວເລກຜູ້ຕິດເຊື້ອລາຍວັນສູງທີ່ສຸດໃນຮອບ 1 ເດືອນຫຼັງຈາກພົບການລະບາດໃນກຸ່ມສະຖານທີ່ບັນເທີງທີ່ມີຄົນເຈັບຕິດເຊື້ອໂຄວິດ-19 ຄົນ ໜຶ່ງໄປທ່ຽວ.

  ຕາມຂ່າວຕ່າງປະເທດລາຍງານວ່າສູນຄວບຄຸມ ແລະປ້ອງການພະຍາດຂອງ ສ.ເກົາຫຼີ (ເຄຊີດີຊີ) ລາຍງານວ່າໃນຈຳນວນຜູ້້ຕິດເຊື້ອລາຍໃໝ່ 34 ຄົນ ນີ້ມີ 26 ຄົນ ທີ່ເປັນຜູ້ຕິດເຊື້ອພາຍໃນປະເທດ ແລະອີກ 8 ຄົນ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ, ຊຶ່ງຕົວເລກຜູ້ຕິດເຊື້ອລາຍໃໝ່ນີ້ນັບວ່າເປັນຈຳນວນທີ່ສູງທີ່ສຸດນັບຕັ້ງ ແຕ່ວັນທີ 8 ເມສາທີ່ຜ່ານມາ ໂດຍ ສ.ເກົາຫຼີ ຊຶ່ງເປັນພື້ນທີ່ ທີ່ມີການລະບາດຢ່າງໜັກປະສົບຄວາມສຳເລັດໃນການຄວບຄຸມການລະບາດ ແລະພົບຜູ້ຕິດເຊື້ອໃນປະເທດຕໍ່າຫຼາຍບາງວັນບໍ່ພົົບຜູ້ຕິດເຊື້ອເພີ່ມເລີີຍໃນໄລຍະ 10 ວັນທີ່ຜ່ານມາຕົວເລກຢູ່ລະດັບ 10 ຄົນ ເປັນເວລາຫຼາຍອາທິດ.

 ການພົບຜູ້ຕິດເຊື້ອໂຄວິດທີ່ເພີ່ມສູງຂຶ້ນເກີດຂຶ້ນຫຼັງຈາກພົບການລະບາດໃນກຸ່ມໄປທ່ຽວຮ້ານບັນເທີງຈຳນວນບໍ່ທໍ່ໃດແຫ່ງ ໂດຍຊາຍອາຍຸ 20 ປາຍປີ ໄດ້ໄປທ່ຽວກ່ອນທີ່ຈະຖືກກວດພົບວ່າຕິດເຊື້ອໂຄວິດ-19 ແລະມີການຕິດຕາມຊອກຫາຜູ້ໃກ້ຊິດ ແລະກ່ຽວຂ້ອງກັບຊາຍຄົນດັ່ງກ່າວໄດ້ຢ່າງໜ້ອຍ 15 ຄົນ, ຂະນະນີ້ມີລາຍຊື່ບຸກຄົນປະ ມານ 1.500 ຄົນທີ່ໄປທ່ຽວໃນຮ້ານບັນເທີງ ແລະຂໍໃຫ້ຜູ້ທີ່ໄປທ່ຽວໃນອາທິດທີ່ຜ່ານມາກັກຕົວເພື່ອເບິ່ງອາການເປັນເວລາ 14 ວັນ ແລະເຂົ້າໄປກວດຫາເຊື້ອໂຄວິດ.