ຍີ່ປຸ່ນ-ເຢຍລະມັນຮັດແໜ້ນຮ່ວມມືທາງເສດຖະກິດ

   ໃນວັນທີ 4 ກຸມພາຜ່ານມາ ທ່ານ ນາງ ອັງເກລາ ແມເຄິລ ນາຍົກລັດຖະມົນຕີຂອງເຢຍລະມັນ ແລະ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນຕົກລົງທີ່ຈະສົ່ງເສີມຄວາມຮ່ວມມືທາງເສດຖະກິດທະວີພາຄີ.

   ຕາມຂ່າວຕ່າງປະເທດລາຍງານວ່າ ໃນການເຈລະຈາຢູ່ທີ່ນະຄອນຫຼວງໂຕກຽວຂອງຍີ່ປຸ່ນຜູ້ນຳທັງສອງຕົກລົງທີ່ຈະຮັດແໜ້ນຄວາມສຳພັນທາງເສດຖະກິດ ຫຼັງຈາກຂໍ້ຕົກລົງຄວາມຮ່ວມມືທາງເສດຖະກິດລະຫວ່າງຍີ່ປຸ່ນ ແລະສະຫະພາບເອີຣົບມີຜົນບັງຄັບໃຊ້ຢ່າງເປັນທາງການນັບຕັ້ງແຕ່ວັນທີ 1 ເດືອນກຸມພາທີ່ຜ່ານມາ, ຊຶ່ງທັງສອງຝ່າຍຕົກລົງທີ່ຈະສົ່ງເສີມຄວາມຮ່ວມມືໃນຂົງເຂດເຕັກໂນໂລຊີຂັ້ນສູງເຊັ່ນ: ປັນຍາປະດິດ ແລະລົດບໍ່ມີຄົນຂັບ, ນອກຈາກນີ້ຜູ້ນໍາທັງສອງຍັງໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນເພື່ອລວບລວມ ແລະຮັກສາລະບົບການຊື້ຂາຍທີ່ເສລີ ແລະເປີດກ້ວາງຕະຫຼອດຮອດການສົ່ງເສີມຄວາມຮ່ວມມື ໃນການຮັບມືກັບຄວາມທ້າທາຍດ້ານຄວາມປອດໄພໃໝ່.

  ທ່ານນາຍົກລັດຖະມົນຕີເຢຍລະມັນເດີນທາງຢ້ຽມຢາມຍີ່ປຸ່ນເປັນເວລາສອງວັນ ຊຶ່ງນີ້ເປັນການຢ້ຽມຢາມຍີ່ປຸ່ນຄັ້ງທຳອິດຂອງນາຍົກລັດຖະມົນຕີເຢຍລະມັນໃນຮອບ 3 ປີທີ່ຜ່ານມາ.