ບັນດາຊີຣີ ສ.ເກົາຫຼີກຳລັງມາແຮງທຸບສະຖິຕິ

ກຳລັງມາແຮງສຳລັບຊີຣີ ສ.ເກົາຫຼີເລື່ອງ The World Of The Married ທີ່ທຸບສະຖິຕິມີຄະ ແນນສູງສຸດໃນຕອນຫຼ້າສຸດຢູ່ທີ່ 24,3% ຂອງຜູ້ຊົມທົ່ວປະເທດນັ້ນ ເອງ.

    ຊີຣີສຸດດາມາເລື່ອງ The World Of The Married ຍັງໂດ່ງດັງ ບໍ່ຢຸດເພາະທຳລາຍສະຖິຕິທີ່ມີຄະແນນສູງສຸດຂອງຕົນເອງອີກເທື່ອໜຶ່ງ ແລະກາຍເປັນຊີຣີທີ່ມີຜູ້ຊົມ ສູງສຸດໃນປະຫວັດສາດຂອງຊ່ອງ ເຄເບີ້ລສ.ເກົາຫຼີ ໂດຍຂະນະທີ່ອອກອາກາດໃນວັນທີ 9 ພຶດສະພາ ຊີຣີ ໄດ້ 24,3% ຂອງຜູ້ຊົມທົ່ວປະ ເທດ, ຂະນະດຽວກັນຊີຣີແຟນຕາ ຊີຂອງພະເອກຮູບງາມອີມິນໂຮ ເລື່ອງ The King: EternalMonarch ກໍບໍ່ໄດ້ໂດ່ງດັງດັ່ງທີ່ ຫຼາຍຄົນຄາດຫວັງເພາະມີຄະແນນ ໄດ້ໄປພຽງ 6,1% ແລະ8,1% ໃນສອງຕອນຫຼ້າສຸດເທົ່ານັ້ນ, ສ່ວນຊີຣີເລື່ອງ Once Again ທີ່ນໍາສະແດງໂດຍອີມິນຈອງ ແລະອີຊັງ ຢອບທາງຊ່ອງເຄບີເອສກໍມີຍອດຜູ້ຊົມໄປໄດ້ເຖິງ 26,6% ໃນຕອນຫຼ້າສຸດຂະນະທີ່  When My Love Blooms ຊີຣີທີ່ນໍາສະແດງໂດຍຢູຈີແທ ແລະອີໂບຢອງກໍ່ໄດ້ສ່ວນ ແບ່ງຜູ້ຊົມໄປພຽງ 4,2% ເທົ່ານັ້ນ.

--------

ໜັງສືພິມເສດຖະກິດ-ສັງຄົມ