ຜັກອີ່ຕູ່ຊ່ວຍແກ້ອາການທ້ອງອືດ ແລະຊ່ວຍແກ້ອາການວິນຫົວ

  ຜັກອີ່ຕູ່ເປັນພືດລົ້ມລຸກລະດູດຽວແກ່ນຜັກອີ່ຕູ່ມີສັບພະຄຸນຫຼຸດນໍ້າໜັກສຳລັບຜູ້ທີ່ຕ້ອງການຄວບຄຸມນໍ້າໜັກເນື່ອງຈາກແກ່ນຜັກອີ່ຕູ່ບໍ່ກໍ່ໃຫ້ເກີດພະລັງງານ ແລະ ມັນສາມາດເພີ່ມໄດ້ຫຼາຍເຖິງ 45 ເທົ່າ,ເມື່ອນຳມາຮັບປະທານເປັນອາຫານ (ຄວນຮັບປະທານເປັນບາງມື້ເພື່ອປ້ອງກັນພະຍາດຂາດສານອາ ຫານ) ຫຼືຈະຮັບປະທານກ່ອນອາຫານເພື່ອເຮັດໃຫ້ກະເພາະບໍ່ຫວ່າງ ແລະຮູ້ສືກອີ່ມເປັນການຊ່ວຍຄວບຄຸມປະລິມານອາຫານທີ່ຮັບປະທານໄປດ້ວຍເປັນຢ່າງດີ.

  ນອກນັ້ນໃບຜັກອີ່ຕູ່ຍັງຊ່ວຍແກ້ອາການທ້ອງອືດດ້ວຍການໃຊ້ໃບສົດມາລ້າງໃຫ້ສະອາດແລ້ວຮັບປະທານ ແລະໃບຊ່ວຍແກ້ອາການວິນຫົວ.

--------

ຮຽບຮຽງໂດຍ: ຟ້າ