ຍອດຜະລິດ-ຂາຍລົດໃນຫວຽດນາມຫຼຸດລົງ

  ສສ ຫວຽດນາມ ມີຈຳນວນລົດຄ້າງ ສາງເພີ່ມຂຶ້ນເປັນສອງເທົ່າ ຈາກຄວາມຕ້ອງການທີ່ຫຼຸດລົງຈາກຜົນກະທົບໂຄວິດ-19 ຂະນະທີ່ຍອດຜະລິດລົດໄຕມາດທຳອິດຫຼຸດລົງ 52.500 ຄັນ ຕໍ່າສຸດໃນຮອບ 5 ປີ ຈາກໂຕໂຢ ຕ້າ-ຟອດປິດໂຮງງານຊົ່ວຄາວຕາມຄຳສັ່ງ ຂອງລັດຖະບານ ຂະນະຍອດນໍາເຂົ້າລົດໃນ ໄລຍະ 4 ເດືອນຫຼຸດລົງ 30%.

  ຕາມຂ່າວຈາກເວັບໄຊ Vietnam Ex press ຂອງຫວຽດນາມລາຍງານວ່າ ລົດທີ່ປະ ກອບໃນຫວຽດນາມມີຈຳນວນສິນຄ້າທີ່ຍັງບໍ່ ຈຳໜ່າຍເພີ່ມຂຶ້ນ 122,5% ເມື່ອທຽບກັບໄລ ຍະເວລາດຽວກັນໃນໄຕມາດທຳອິດຂອງປີທີ່ ຜ່ານມາ ເນື່ອງຈາກຄວາມຕ້ອງການຫຼຸດລົງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຕາມການລາຍງານຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມເປີດເຜີຍວ່າ ຍອດຜະ ລິດລົດມີຈຳນວນຫຼຸດລົງ 56.200 ຄັນ ຄິດເປັນ 10,4% ແລະມູນຄ່າການນໍາເຂົ້າອາໄຫຼລົດຫຼຸດລົງປະມານ 910 ລ້ານໂດລາສະຫະລັດຄິດເປັນ 7% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ, ຊຶ່ງປະລິມານການຜະລິດລົດ ແລະຈຳໜ່າຍລົດທີ່ຫຼຸດລົງ ເນື່ອງຈາກໃນໄລຍະສອງອາທິດຂອງ ເດືອນເມສາຜູ້ຜະລິດ ແລະປະກອບລົດຂະໜາດໃຫຍ່ເຊັ່ນ ໂຕໂຢຕ້າ ແລະຟອດ ໄດ້ປິດໂຮງງານຜະລິດ ແລະຕົວແທນຈຳໜ່າຍຕາມຄຳສັ່ງຂອງລັດຖະບານຫວຽດນາມ ເພື່ອເວັ້ນໄລຍະຫ່າງທາງສັັງຄົມ.

ຂະນະນີ້ ການຜະລິດໄດ້ກັບມາດຳເນີນການຕາມປົກກະຕິ ແຕ່ຫຼຸດກຳລັັງການຜະລິດລົງເນື່ອງຈາກລົດທີ່ຍັງບໍ່ຈຳໜ່າຍມີປະລິມານຫຼາຍຍັັງຄ້າງຢູ່ສາງ.

--------

ໜັງສືພີມເສດຖະກິດ-ສັງຄົມ